ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ເປັນ​ປະ​ທານກອງ​ປະ​ຊຸມ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ Covid – 19

(VOVWORLD) -ຕອນເຊົ້າວັນທີ 26 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ເປັນປະທານກອງປະຊຸມທາງອອນລາຍຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19
ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ເປັນ​ປະ​ທານກອງ​ປະ​ຊຸມ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ Covid – 19 - ảnh 1  ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ເປັນປະທານກອງປະຊຸມ(ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕີລາຄາສູງການນຳບັນດາທ້ອງຖິ່ນ, ເປັນຕົ້ນແມ່ນນະຄອນໂຮ່ຈີມິນ, ຮ່າໂນ້ຍ, ຫ໋າຍຝ່ອງ… ເຊິ່ງໄດ້ນຳໃຊ້ບັນດາມາດຕະການຢ່າງຂ້ຽວຂາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາຂະແໜງການຄືການເງິນ, ທະນາຄານ, ອຸດສາຫະກຳແລະການຄ້າ, ແຜນການ - ການລົງທຶນກະກຽມໃຫ້ແກ່ກອງປະຊຸມຂອງຄະນະປະຈຳລັດຖະບານກັບການນຳບັນດາທ້ອງຖິ່ນ, ບັນດາລັດຖະມົນຕີໃນວັນທີ 31 ມີນາ ຈະມາເຖິງເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ, ດຳເນີນທຸລະກິດ, ສຸມໃສ່ເຂົ້າໃນການປ່ອຍເງິນລົງທຶນພາກລັດດ້ວຍຈຳນວນເງິນຂຶ້ນເຖິງ 650 ພັນຕື້ດົ່ງ, ເອົາໃຈໃສ່ໃຫ້ຫຼາຍກ່ວາອີກກ່ຽວກັບວຽກງານປະກັນຊີວິດສັງຄົມ, ຜູ້ວ່າງງານ, ເງິນເດືອນຕ່ຳສຸດໃຫ້ແກ່ຜູ້ອອກແຮງງານ, ເພີ່ມທະວີຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃນຂອບເຂດທົ່ວປະເທດຊາດ, ຮັບປະກັນຊີວິດການເປັນຢູ່ທີ່ສະຫງົບສຸກໃຫ້ແກ່ປະຊາຊົນໃນສະພາບການປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ