ຄະນະປະຈຳສະພາ ແຫ່ງຊາດ ເຮັດວຽກກັບ ກະຊວງການເງິນ ແລະ ກະຊວງແຮງງານ

ຄະນະປະຈຳສະພາ ແຫ່ງຊາດ ເຮັດວຽກກັບ ກະຊວງການເງິນ ແລະ ກະຊວງແຮງງານ - ảnh 1
ຄະນະປະຈຳ​ສະພາ​ແຫ່ງ​ຊາດ ​ເຮັດ​ວຽກ​ກັບ​
ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​
(ພາບ: daibieunhandan.vn)


(vovworld) -ຕອນ​ບ່າຍວັນ​ທີ 12/2, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມ​ໄດ້​ເຮັດ​ວຽກ​ກັບ​ກະຊວງການເງິນກ່ຽວກັບການຈັດແຈ່ງ​ແຫຼ່ງ ກຳລັງການ​ເງິນ-ງົບປະມານ ​ແລະ ກົນ​ໄກ​ຄຸ້ມ​ຄອງ, ນຳ​ໃຊ້, ກວດກາ, ຕິດຕາມ​ກວດກາ​ແຫຼ່ງທຶນ​ປະຕິບັດ​ບັນດາ​ນະ​ໂຍບາຍ, ກົດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005-2012. ບົດ​ລາຍ​ງານ​ຕີ​ລາຄາ​ຂອງກະຊວງການເງິນ​ໄດ້​ມີ​ຄວາມ​ຕັ້ງໜ້າ​ຫຼາຍຢ່າງ​ໃນ​ການ​ເຂົ້າ​ຮ່ວມ​ສ້າງ ​ແລະ ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ຕາມ​ສິດ​ອຳນາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ. ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມ​ໄດ້ ສະ​ເໜີ ກະຊວງການເງິນຄວນ​ເພີ່ມ​ເຕີມ, ​ເຮັດ​ແຈ້ງ​ຕື່ມ​ກ່ຽວ​ກັບ​ບັນດາ​ຂໍ້​ມູນ, ​ໄຈ້​ແຍກ​ບັນດາ​ຂໍ້ຄວາມ​ຈຳ​ກັດ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ; ຄວນ​ສືບ​ຕໍ່​ນຳ​ສະ​ເໜີ​ບັນດາ​ວິທີ​ການ​ແກ້​ໄຂ​ແນ​ໃສ່ຈັດແຈ່ງ​ແຫຼ່ງທຶນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ປະຕິບັດບັນດາ​ນະ​ໂຍບາຍ ຫຼຸດຜ່ອນ​ຄວາມທຸກ​ຍາກ.
     ກ່ອນ​ໜ້າ​ນັ້ນ, 
ທີ່​ການ​ເຮັດ​ວຽກ​ກັບກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​
ໃນ​ວັນ​ທີ 11/02, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ນະ​​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໄລຍະ 2005 – 2012, ​ບັນລຸ​​ໄດ້ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ພື້ນຖານ, ອັດຕາ​ຄອບຄົວ​ທຸກ​ຍາກໃນ​ທົ່ວ​ປະ​ເທດໄດ້​ຫຼຸດລົງ​ຢ່າງ​ວ່ອງ​ໄວ​, ພິ​ເສດ​ແມ່ນຢູ່​ບັນດາ​ຕາ​ແສງ, ​ເມືອງ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼິກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

        ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ເໜີ​ໃຫ້ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ກໍ່ສ້າງ, ຈັດ​ຕັ້ງບັນດາ​ເອກະສານ​ນະ​ໂຍບາຍຄືນ​ໃໝ່ ເພື່ອຈັດ​ແບ່ງ​ຂັ້ນ​ໃຫ້​ທ້ອງ​ຖິ່ນ​ໃນ​ການກວດ​ຕີ​ລາຄາ​ຄອບຄົວ​ທຸກ​ຍາກ, ວາງ​ນະ​ໂຍບາຍ ເພື່ອ​ຕອບ​ສະ​ໜອງ​ບັນດາ​ຄວາມ​ຕ້ອງການ​​ໂດຍ​ພື້ນຖານ​ຂອງ​ປະຊາຊົນ. ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ຖື​ວ່າ, ຄຽງ​ຂ້າງ​ການ​ສົມທົບ​ກັນນະ​ໂຍບາຍຕ່າງໆ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ຕ້ອງ​ຄົ້ນຄວ້າ ​ສົມທົບ​ບັນດາ​ນະ​ໂຍບາຍ​​ໃຫ້​ເໝາະ​ສົມ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ ຍົກ​ສູງ​ປະ​ສິດທິ​ຜົນ​ແຫ່ງ​ການ​ຜະລິດ, ຫຼຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ