ຄະນະປະຈຳສະພາ ແຫ່ງຊາດຊັກຖາມລັດຖະມົນຕີກະຊວງອຸດສາຫະກຳການຄ້າ ແລະ ລັດຖະມົນຕີກະຊວງສາທາລະນະສຸກ

(vovworld) - ວັນ​ທີ 1/4, ​ໃນ​ລາຍການ​ເຄື່ອນ​ໄຫວຊັກ​ຖາມ​ ​ແລະ ຕອບຄຳ​ຊັກ​ຖາມ​ທີ່​ວາລະ​ປະຊຸມ​ຄັ້ງທີ 26 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຊຸດ​ທີ 13, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ຊັກ​ຖາມທ່ານລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູ້ຮຸຍ​ຮ່ວາງ ​ແລະ ທ່ານ​ນາງລັດຖະມົນຕີ​ກະຊວງສາທາລະນະ​ສຸກ ຫງວຽນທິກິມຕ໋ຽນ. ​​ໃນ​ຕອນ​ເຊົ້າ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ຊັກ​ຖາມ ​ແລະ ຮັບ​ຟັງ​ທ່ານລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູ້ຮຸຍ​ຮ່ວາງ ຕອບ​ຄຳ​ຊັກ​ຖາມກ່ຽວກັບ​ຄວາມ​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງລັດ​ກ່ຽວກັບ​ໄຟຟ້າ, ນຳ​້ມັນ​ແອັດ​ຊັງ ​ແລະ ການ​ນຳ​ໃຊ້​ກອງ​ທຶນຮັບປະກັນ​ລາຄານຳ້​ມັນ​ແອັດ​ຊັງ​ເປັນ​ປົກກະຕິ; ການ​ປະຕິບັດ​ໂຄງການ “ຊາວ​ຫວຽດນາມ​ ຊົມໃຊ້​ສິນຄ້າ​ຫວຽດນາມ“.


ຄະນະປະຈຳສະພາ ແຫ່ງຊາດຊັກຖາມລັດຖະມົນຕີກະຊວງອຸດສາຫະກຳການຄ້າ ແລະ ລັດຖະມົນຕີກະຊວງສາທາລະນະສຸກ - ảnh 1
(ທ່ານລັດຖະມນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູຮຸຍຮ່ວາງ)

  ຕອບຄຳ​ຖາມ​ຂອງ​ບັນດາ​ຜູ້​ແທນ​ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ “ຊາວ​ຫວຽດນາມ​ ຊົມໃຊ້​ສິນຄ້າ​ຫວຽດນາມ“, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽ​ດນາມ ຫວູ້ຮຸຍຮ່ວາງ ​ໃຫ້​ຮູ້​ວ່າ: ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽ​ດນາມ ​ໄດ້​ສ້າງ​ແຜນ​ຮ່າງ​ພັດທະນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຕິດ​ພັນ​ກັບ​ບັ້ນຂົນຂວາຍ “ຊາວ​ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ“ ບົນ​ພື້ນຖານ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ. ​ແຜນ​ຮ່າງ​ນີ້​ໄດ້​ຮັບ​​ຄຳ​ເຫັນປະ​ກອບຈາກ​ບັນດາ​ກະຊວງ, ຂະ​​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ດ້ວຍ 4 ໝວດ​ມາດ​ຕະການ​ພື້ນຖານ:

   “ນັ້ນ​ແມ່ນ​ໝວດ​ມາດ​ຕະການ​ກ່ຽວ​ກັບ​ການ​ບໍລິການ​ໜູນ​ຊ່ວຍ​ການ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ກ່ຽວຂ້ອງ​ເຖິງ​ຕະຫຼາດ​ພາຍ​ໃນ​ປະ​ເທດ; ໝວດ​ມາດ​ຕະການສ້າງ​ລາຍການ​​ໂຄສະນາ​ຂໍ້​ມູນ​ຂ່າວສານ; ໝວດ​ມາດ​ຕະການທີ 3 ​ແມ່ນ​ພັດທະນາ​ລະບົບ​ແຈກ​ຢາຍ​ສິນຄ້າ​ຫວຽດນາມ ຄົງ​ທີ່ ​ແລະ ໝັ້ນຄົງ. ໝວດ​ມາດ​ຕະການທີ 4 ​ແມ່ນ​ປະກາດ​ບັນດາປະ​ເພດ​ສິນຄ້າຊື່​ງຫວຽດນາມ​ ຜະລິດ​​ໄດ້ເປັນ​ປະຈຳ ​ເພື່ອ​ແນ​ະ​ນຳ ​ແລະ ກຳນົດ​ທິດ​ໃຫ້​ບັນດາ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ຢູ່​ທັງ​ພາກ​ລັດ ​ແລະ ຜູ້ໃຊ້​ສອຍ​ມີ​ພື້ນຖານ​ເພື່ອ​ເລືອກ​ເຟັ້ນ ​ແລະ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ “.

  ​ແຜນ​ຮ່າງ​ດັ່ງ​ກ່າວໄດ້​ຮັບການສ້າງ​ຂຶ້ນ ​ແລະ ຍື່ນ​ສະ​ເໜີ​ກໍ່​ລັດຖະບານ​ໃນ​ທ້າຍ​ປີ 2013. ຈຸດໝາຍ​ຂອງກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽ​ດນາມ ຮອດ​ປີ 2020 ​ແມ່ນ​ພະຍາຍາມ​ເພື່ອ​ສຳ​ເລັດ​ບັນດາ​ມາດ​ຕະການ, ​ໃນ​ນັ້ນມີ​ລະບົບການ​ຄ້າ​ພາຍ​ໃນ​ປະ​ເທດ.


ຄະນະປະຈຳສະພາ ແຫ່ງຊາດຊັກຖາມລັດຖະມົນຕີກະຊວງອຸດສາຫະກຳການຄ້າ ແລະ ລັດຖະມົນຕີກະຊວງສາທາລະນະສຸກ - ảnh 2
(ທ່ານ​ນາງລັດຖະມົນຕີ​ກະຊວງສາທາລະນະ​ສຸກ ຫງວຽນທິກິມຕ໋ຽນ)

​ ໃນ​ຕອນ​ບ່າຍ​ວັນ​ດຽວກັນ,​ ທ່ານ​ນາງລັດຖະມົນຕີ​ກະຊວງສາທາລະນະ​ສຸກ ຫງວຽນທິກິມຕ໋ຽນ ຕອບ​ຄຳ​ຊັກ​ຖາມກ່ຽວກັບ​ມາດ​ຕະການ​ບຸກທະລຸ​ເພື່ອ​ແກ້​ໄຂ​ສະພາບ​ເສຍ​ທາດ​ຂາດ​ຄຸນຂອງ​ພະນັກງານ, ລັດຖະກອນ, ພາລະ​ກອນ​ຂະ​ແໜງສາທາລະນະ​ສຸກຈຳນວນໜຶ່ງ; ຄວາ​ມຈິງ​ຂອງ​​ໂຄງ​ປະກອບ​ການຈັດຕັ້ງສາທາລະນະ​ສຸກຢູ່ຂັ້ນ​ເມືອງ, ຕາ​ແສງ ​ແລະ ການ​ລົງທຶນ​ໃຫ້​ແກ່​ສາທາລະນະ​ສຸກຂັ້ນຮາກຖານ​ເພື່ອຫຼຸດຜ່ອນ​ສະພາບ​ເກີນ​ດຸນໃຫ້​ແກ່​ໂຮງໝໍຢູ່​ຂັ້ນ​ເທິງ; ການ​ຄຸ້ມ​ຄອງ​ລັດ​ສຳລັບ​ສາທາລະນະ​ສຸກ​ເອກະ​ຊົນ, ລາຄາ​ຢາ​ປິ່ນປົວ​ພະຍາດ, ອະນາ​ໄມ ​ແລະ ຄວາມ​ປອດ​ໄພ​ດ້ານສະບຽງອາຫານ.

ຂ່າວ/ບົດ​ອື່ນ