ຄະນະປະຈຳສະພາ ແຫ່ງຊາດປຶກສາຫາລື ກ່ຽວກັບການປ່ຽນໃໝ່ລາຍການ, ປື້ມຕຳລາຮຽນ

ຄະນະປະຈຳສະພາ ແຫ່ງຊາດປຶກສາຫາລື ກ່ຽວກັບການປ່ຽນໃໝ່ລາຍການ, ປື້ມຕຳລາຮຽນ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ​ ບຳລຸງ​ສ້າງ ຫວຽດນາມ ຫງວຽນ​​ວີ​ງຫຽນ
(ພາບ:
Phạm Thịnh)

(vovworld) – ຕອນ​ເຊົ້າ​ວັນ​ທີ 14/4, ກອງປະຊຸມ​ຄັ້ງ​ທີ 27, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ 13 ຖື​ກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່ວາລະ​ໄຂ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນຢັນ​ວ່າ: ນີ້​ແມ່ນ​ວາລະ​​ປະຊຸມສຳຄັນ ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ​ໃນ​ໄລຍະ​ເວລາ ​ເຮັດ​ວຽກ​ມາ​ເປັນ​ເວລາ 10 ວັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສຸມ​ໃສ່​ປະກອບ​ຄຳ​ເຫັນ​ເຂົ້າ​​ໃນ​ບັນດາ​ຮ່າງ​ກົດໝາຍ, ກໍ່​ຄືກ​ວດກາ​ເພື່ອ​ໃຫ້​ບັນດາ​ຮ່າງ​ກົດໝາຍ​ທີ່ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ບັນ​ລຸ​ຄຸນ​ນະພາ​ບສູງ​ສຸດ.

    ຕໍ່​ຈາກ​ນັ້ນ, ບັນດາ​ຜູ້​ແທນ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລາຍການ, ປື້​ມຕຳລາ​ຮຽນ​ຂັ້ນ​ມັດທະຍົມ. ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ສະ​ເໜີ​ຕໍ​ລັດຖະບານ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຄວນ​ມີ​ບົດ​ລາຍ​ງານ​ສະຫລຸບ, ຕີ​ລາຄາ ກ່ຽວ​ກັບ​ມະຕິ​ເລກທີ 40 ຂອງ​ສະພາ​ແຫ່ງ​ຊາດ​ທີ່​ປະກາດ​ໃຊ້​ເມື່ອ​ປີ 2000 ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລາຍການ​ສຶກສາ​ຂັ້ນ​ມັດ​ຕະຍົມ.

    ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ​ ບຳລຸງ​ສ້າງ ຫວຽດນາມ ຫງວຽນ​​ວີ​ງຫຽນ ຢືນຢັນ​ວ່າ: ລາຍການ​ປ່ຽນ​ໃໝ່​ປື້​ມຕຳລາ​ຮຽນ​ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຕອບ​ສະໜອງ​ຄຳ​ຮຽກ​ຮ້ອງ​ຕ້ອງການ ​ແລ​ະ ຈຳ​ເປັນຕ້ອງ​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລາຍການ, ປື້​ມຕຳລາ​ຮຽນ​ຂັ້ນ​ມັດທະຍົມ. ຕາມທ່ານ ຫງວຽນ​ວີ​ງຫຽນ ​ແລ້ວ, “​ແຜນ​ຮ່າງ​ປ່ຽນ​ໃໝ່​ລາຍ​ການ, ປື້​ມຕຳລາ​ຮຽນ​ຂັ້ນ​ມັດທະຍົມ​ຫຼັງ​ປີ 2015” ມີ​ຄວາມ​ສາມາດ​​ເປັນ​ໄປ​ໄດ້ ​ແລະ ຕ້ອງການ​ລົງທຶນ 35.000 ຕື້​ດົ່ງ​. ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຟານ​ຈູງ​ຫຼີ ປະກອບ​ຄຳ​ເຫັນ​ວ່າ:

    “​ແຜນ​ຮ່າງ​ປ່ຽນ​ໃໝ່​ປື້​ມຕຳລາ​ຮຽນ​ທີ່​ກ່ຽວຂ້ອງ, ໄດ້ສົ່ງຜົນກະທົບອັນ​ໃຫຍ່​ຫຼວງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ ​ແລະ ຮັບຮອງ​ເອົາ, ຂ້າພະ​ເຈົ້າ​ສະ​ເໜີ​ກະກຽມ​ຢ່າງ​ຄົບ​ຖ້ວນ​ກ່ວາ. ຮັບ​ເອົາ​ຄຳ​ເຫັນ​ຢ່າງ​ກ້ວາງ​ແຂ​ວາງ​ກ່ວາ, ພິ​ເສດ​ແມ່​ນບັນດາ​ນັກ​ຊ່ຽວຊານໃນຂົງເຂດ​ການ​ສຶກສາ, ຄວນ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ”

ຂ່າວ/ບົດ​ອື່ນ