ຄະນະປະຈຳສະພາ ແຫ່ງຊາດໃຫ້ຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ)

ຄະນະປະຈຳສະພາ ແຫ່ງຊາດໃຫ້ຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 27, ຕອນ​ເຊົ້າ​ວັນ​ທີ 15/04, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ). ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ດັ່ງກ່າວ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເໜີ ຕ້ອງ​​ກຳນົດ​ທີ່​ຕັ້ງ​ດ້ານ​ກົດໝາຍ​ຂອງ​ບັນດາ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດຢ່າງ​ຈະ​ແຈ້ງ. ຕາມ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ແລ້ວ, ຕ້ອງ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ເພື່ອ​ໃຫ້​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ ​ເປັນ​ເຈົ້າ​ການ​ກວ່າ​ໃນ​ການ​ປະຕິບັດ​ບັນດາ​ໜ​້າທີ່​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ, ຕິດຕາມ​ກວດກາ, ຮັບ, ​ແກ້​ໄຂການ​ຮ້ອງ​ຟ້ອງ, ຮ້ອງທຸກ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຂັ້ນທ້ອງ​ຖິ່ນ. ມີ​ຄຳ​ເຫັນ​ສະ​ເໜີ​ເພີ່ມ​ສິດອຳນາດ​ໃຫ້​ຫົວໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ. ​ຈຸດ​ໃໝ່​ຂອງ​ຮ່າງ​ກົດໝາຍ​ນັ້ນ​ແມ່ນ​ “ພົນລະ​ເມືອງ​ສາມາດ​ເຂົ້າ​ຮ່ວມ​ບັນດາ​ວາລະປະຊຸມ​ເປີດ​ຂອງ​ສະພາ​ແຫ່ງ​ຊາດ”.

        ກ່ຽວ​ກັບ​​ໂຄງ​ປະກອບ​ການຈັດ​ຕັ້ງຂອງ​ສະພາ​ຊົນ​ເຜົ່າ, ກຳມາ​ທິການ​ສະພາ​ແຫ່ງ​ຊາດ (ມາດຕາທີ 72), ທ່ານ​ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ກຊໍ​ເຟືອ​ກ ຖື​ວ່າ, ຕ້ອງ​ກວດ​ກາ​ຄືນ​ໂຄງ​ປະກອບຂອງ​ສະພາ​ຊົນ​ເຜົ່າ ​ເພື່ອ​ໃຫ້​ອົງການ​ດັ່ງກ່າວ​ຕາງໜ້າ​ໃຫ້​ສຽງ​ເວົ້າ​ຂອງ​​ບັນດາ​ເຜົ່າ, ​ເພີ່ມ​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເປັນ​ຊາວ​ຊົນ​ເຜົ່າສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ສະພາ​ປະຊາຊົນ.

ຂ່າວ/ບົດ​ອື່ນ