ຄະນະປະຈຳສະພາແຫ່ງ ຊາດຮັບຮອງເອົາຮ່າງລັດ ຖະບັນຢັດສ້າງປະມວນ ກົດໝາຍ

ຄະນະປະຈຳສະພາແຫ່ງ ຊາດຮັບຮອງເອົາຮ່າງລັດ ຖະບັນຢັດສ້າງປະມວນ ກົດໝາຍ - ảnh 1
(ພາບ: .google.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ໄດ້ຮັບຮອງ​ເອົາ​ຮ່າງ​ລັດຖະບັນຢັດວ່າ​ດ້ວຍ​ການສ້າງ​ປະມວນ​ກົດໝາຍ​. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມກວດກາ​ຍຸດຕິ​ທຳ. ​ໃນ​ປະມວນ​ກົດໝາຍ​ນີ້, ບັນຫາ​ທີ່ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສູ​ມ​ໃສ່​ປຶກສາ​ຫາລື ​ແລະ​ ຍັງ​ມີ​ຫຼາຍ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນນັ້ນ​ ແມ່ນ​ເລື່ອງ​ຈະ​ກຳນົດ​ຫ້ອງ​ເຕັກນິກ​ອາຍາ​ຕຳຫຼວດ​ແຂວງ, ນະຄອນ ​ໃນ​ລະບົບ​ອົງການ​ຕິດຕາມກວດກາ​ຂອງ​ລັດກ່ຽວ​ກັບນິຕິ​ເວດ​ຊະ​ສາດຫຼື​ບໍ. ຄວາມ​ເຫັນ​ສ່ວນ​ຫຼາຍ​ສະ​ເໜີ​ຄວນ​ໂອນ​ການ​ເຄື່ອນ​ໄຫວ​ຕິດຕາມກວດການິຕິ​ເວດ​ຊະ​ສາດ​ຂັ້ນ​ແຂວງຈາກ​ຫ້ອງ​ເຕັກນິກ​ອາຍາ​ຕຳຫຼວດ​ແຂວງ​​ເຂົ້າ​ອົງການຕິດຕາມກດການິຕິ​ເວດ​ຊະ​ສາດທີ່​ຂຶ້ນ​ກັບ​ຂະ​ແໜງ​ສາທາລະນະ​ສຸກ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ຍື່ນ​ສະ​ເໜີບັນດາ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ນີ້ຕໍ່​ສະພາ​ແຫ່ງ​ຊາດ ພິຈາລະນາ, ຕົກລົງ. ຕອນ​ບ່າຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຫໍສະໝຸດ.

ຂ່າວ/ບົດ​ອື່ນ