ຄະນະປະຈຳສະພາແຫ່ງຊາດ ຊັກຖາມ ລັດຖະມົນຕີສອງທ່ານ

(VOVWORLD) - ບັນດາຮອງນາຍົກລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງກໍ່ເຂົ້າຮ່ວມການຕອບຄຳຊັກຖາມ, ອະທິບາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ.
ຄະນະປະຈຳສະພາແຫ່ງຊາດ ຊັກຖາມ ລັດຖະມົນຕີສອງທ່ານ - ảnh 1ວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດ ໄຂຂຶ້ນໃນຕອນເຊົ້າວັນທີ 18 ມີນາ
(ພາບ:VOV)

ວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 31, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງທ່ານ ໂຮ່ດຶກເຟີກ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ. ບັນດາຮອງນາຍົກລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງກໍ່ເຂົ້າຮ່ວມການຕອບຄຳຊັກຖາມ, ອະທິບາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຊີ້ແຈ້ງ:

“ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ຜ່ານມາ, ສະພາແຫ່ງຊາດ ໄດ້ດຳເນີນການຊັກຖາມລັດຖະມົນຕີ, ຫົວໜ້າຂະແໜງ 21 ທ່ານກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ 21 ຂົງເຂດທີ່ໄດ້ຊີ້ແຈ້ງໃນບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບການຊັກຖາມ ແລະ ຕິດຕາມຫົວເລື່ອງສະເພາະ; ຕາມນັ້ນແລ້ວ, ບັນດາໝວດບັນຫາຊັກຖາມກວມເກືອບທັງໝົດບັນດາຂົງເຂດຂອງດ້ານເສດຖະກິດ - ສັງຄົມ. ດັ່ງນັ້ນ, ເລື່ອງເລືອກເອົາໝວດບັນຫາທີ່ຊັກຖາມໃນວາລະກອງປະຊຸມຄັ້ງນີ້ແມ່ນໄດ້ຮັບການຄິດໄລ່ຊັ່ງຊາລະອຽດ. ບົນພື້ນຖານສັງລວມຈາກບັນດາແຫຼ່ງຂໍ້ມູນ, ການສະເໜີຂອງບັນດາຄະນະສະມາຊິກສະພາແຫ່ງຊາດ, ການກວດຄືນຂອບເຂດທີ່ໄດ້ຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ບັນດາກອງປະຊຸມແຕ່ຕົ້ນອາຍຸການ, ໂດຍເລີ່ມມາຈາກສະພາບການຕົວຈິງ, ພ້ອມທັງເພື່ອສ້າງເງື່ອນໄຂໃຫ້ແກ່ລັດຖະມົນຕີ, ຫົວໜ້າຂະແໜງການທຸກທ່ານໄດ້ຕອບຄຳຊັກຖາມນັ້ນ, ຄະນະປະຈຳສະພາແຫ່ງຊາດຕັດສິນໃຈເລືອກເຟັ້ນການຊັກຖາມສຳລັບບັນດາໝວດບັນຫາຂຶ້ນກັບຄວາມຮັບຜິດຊອບຄຸ້ມຄອງລັດຂອງກະຊວງການເງິນ ແລະ ກະຊວງການຕ່າງປະເທດທີ່ກອງປະຊຸມຄັ້ງນີ້”.

ສຳລັບການຊັກຖາມທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟີກ ໄດ້ສຸມໃສ່ວຽກງານການຄຸ້ມຄອງ, ຕິດຕາມກວດກາການເຄື່ອນໄຫວດຳເນີນທຸລະກິດປະເພດປະກັນໄພ; ການສະໜອງໃບອະນຸຍາດການເຄື່ອນໄຫວຂອງບັນດາບໍລິສັດເຮັດການບໍລິການທີ່ກ່ຽວຂ້ອງເຖິງການເງິນ; ການຄຸ້ມຄອງລາຄາ ແລະ ເລື່ອງກຳນົດລາຄາສິນຄ້າ, ບໍລິການຂຶ້ນກັບຕາຕະລາງສິນຄ້າ, ການບໍລິການໂດຍລັດກຳນົດລາຄາ… ສຳລັບໝວດບັນຫາຂຶ້ນກັບຂົງເຂດການທູດ, ເນື້ອໃນການຊັກຖາມ ແລະ ຕອບຄຳຊັກຖາມໄດ້ສຸມໃສ່ວຽກງານປົກປ້ອງພົນລະເມືອງ ຫວຽດນາມ ຢູ່ ຕ່າງປະເທດ; ວຽກງານໜູນຊ່ວຍການເປີດກ້ວາງຕະຫຼາດສິນຄ້າສົ່ງອອກ; ການເຄື່ອນໄຫວສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວ ຫວຽດນາມ ກັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ