ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຕົກ​ລົງນຳ​ໃຊ້ 12.100 ຕື້​ດົ່ງ ຈາກ​ງົບ​ປະ​ມານ ເພື່ອຊື້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຕົກລົງນຳໃຊ້ 12.100 ຕື້ດົ່ງ ຈາກງົບປະມານປະຢັດໃນປີ 2020 ເພື່ອຊື້ວັກຊິນຕ້ານໂລກລະບາດໂຄວິດ - 19.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຕົກ​ລົງນຳ​ໃຊ້ 12.100 ຕື້​ດົ່ງ ຈາກ​ງົບ​ປະ​ມານ ເພື່ອຊື້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 - ảnh 1ງວດວັກຊິນທຳອິດຈາກ COVAX Facility ມາຮອດ ຫວຽດນາມ ໃນວັນທີ  1/4/2021 (ພາບ: TTXVN)

ວັນທີ 18 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເຊັນປະກາດໃຊ້ມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການນຳໃຊ້ແຫຼ່ງງົບປະມານປະຢັດ ແລະ ລາຍຈ່າຍທີ່ຍັງເຫຼືອໃນງົບປະມານສູນກາງປີ 2020. ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຕົກລົງນຳໃຊ້ 12.100 ຕື້ດົ່ງ ຈາກງົບປະມານປະຢັດໃນປີ 2020 ເພື່ອຊື້ວັກຊິນຕ້ານໂລກລະບາດໂຄວິດ - 19.

        ຕາມມະຕິສະບັບດັ່ງກ່າວແລ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ມອບໝາຍໃຫ້ລັດຖະບານ ຊີ້ນຳບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ຜັນຂະຫຍາຍການຊື້ວັກຊິນກັນພະຍາດໂຄວິດ - 19 ຢ່າງວ່ອງໄວ, ຮັບປະກັນປະສິດທິຜົນ, ຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ທົ່ວສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ