ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບ ບັນດາຮ່າງກົດໝາຍ

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບ ບັນດາຮ່າງກົດໝາຍ - ảnh 1
ກອງປະຊຸມຄັ້ງທີ 16 ຄະນະປະຈຳສະພາແຫ່ງຊາດ
(ພາບ: VGP/Thành Chung)

(vovworld) – ​ໂດ​ຍສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 16, ຕອນ​ເຊົ້າ​ວັນ​ທີ 19/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶ​ກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ. ຮ່າງ​ກົດໝາຍ​ຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ​ສະພາ​ແຫ່ງ​ຊາດ (ຊຸດ​ທີ 13) ພິຈາລະນາ​ຄັ້ງ​ທຳ​ອິດ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 5 ຈະ​ມາ​ເຖິງ. ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ຕໍ່​ການຈຳ​​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເນື້ອ​ໃນ, ວິທີ​ຈັດ​ຕັ້ງ​ການ​ຕ້ອນຮັບພົນ​ລະ​ເມືອງ​ຕາມ​ບັນດາ​ເອກະສານ​ນິຕິ​ກຳ ​ແລະ ຂໍ້​ກຳນົດ​ກົດໝາຍ​ຫຼາຍ​ສະບັບ ຍັງບໍ່​ທັນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ປ່ຽນ​ໃໝ່​ຢ່າງຮອບດ້ານ​ກ່ຽວ​ກັບ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຕ້ອນຮັບ​ພົນ​ລະ​ເມືອ​ງ. ຮ່າງ​ກົດໝາຍ​ດັ່ງກ່າວ ກໍ່ຍັງ​ບໍ່​ທັນ​ມີ​ຂໍ້​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ໃນ​ການ​ຕ້ອນຮັບ​ພົນລະ​ເມືອງ, ບັນຫາ​ສົມທົບ​ລະຫວ່າງ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ໃນ​ວຽກ​ງານ​ຕ້ອນຮັບ​ພົນ​ລະ​ເມືອງ, ຮູບ​ແບບ​ການຈັດ​ຕັ້ງ​ສຳນັກງານ​ຕ້ອນຮັບ​ພົນ​ລະ​ເມື​ອງຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ​.​.​​. ບັນດາ​ຜູ້​ແທນ​ສະ​ເໜີ​ໃຫ້​ຄະນະ​ຮຽບຮຽງ​ຄວນ​ມີ​ບັນດາ​ບົດ​ລາຍ​ງານ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ສະພາບ​ການ​ຕົວ​ຈິງ​ໃນ​ວຽກ​ງານ​ຕ້ອນຮັບ​ພົນ​ລະ​ເມືອງ​ໃນ​ປະຈຸ​ບັນ, ບົດ​ຮຽນ​ຂອງ​ບັນດາ​ປະ​ເທດ​ໃນ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ພົນລະ​ເມືອງ, ພ້ອມ​ທັງ​ສະ​ແດງ​ລັກສະນະ​​ເປັນ​ໄປ​ໄດ້​ຂອງ​ຮ່າງ​ກົ​ດໝາຍ​ພາຍຫຼັງ​ໄດ້​ຮັບ​ການ​ປະກາດ​ໃຊ້​ເພື່ອ​ສາມາດ​ຍື່ນ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະ​ນາ, ປະກອບ​ຄຳ​ເຫັນ.

 ກ່ອນໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 18/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ລາຍ​ຮັບ​ວິ​ສາ​ຫະກິດ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ (ສະບັບ​ປັບປຸງ). ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ລາຍ​ຮັບ​ວິ​ສາ​ຫະກິດ, ສະມາຊິກ​ຂຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ ​ໄດ​້​ເຫັນ​ດີ​ຕໍ່​​ແຜນນະ​ໂຍບາຍຫຼຸດຜ່ອນ​ພາສີ​ອາກອນ ​ເພື່ອ​ແນ​ໃສ່​ຮັບປະກັນ​ລັກສະນະ​ແກ້ງ​ແຍ້​ງ​ໃນ​ການ​ດຶງ​ດູດ​ການ​ລົງທຶນ ​ແລະ ສະ​ເໜີ​​ຄົ້ນ​ຄ້ວາ, ກຳນົດ​ໃນ​ກົດໝາຍ​ກ່ຽວ​ກັບຂັ້ນ​ຕອນ​ຫຼຸດຜ່ອນ​ອາກອນ​ເຖິງ​ປີ 2020, ຮັບປະກັນ​ໃຫ​້​ເໝາະ​ສົມ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູ​ບອາກອນ. ສຳລັບ​ຂໍ້​ກຳນົດ​ບຸລິມະສິດ​ອາ​ກອນ, ຮ່າງ​ກົດໝາຍ​ເພີ່ມ​ເຕີ​ມນະ​ໂຍບາຍ​ບຸລິມະສິດອາກອນສຳລັບ​ອົງ​ການ​ການ​ເງິ​ນຈຸລະ​ພາກ, ບຸລິມະສິດ​ອາກອນສຳລັບ​ການ​ເຄື່ອນ​ໄຫວ​ລ້ຽງປູກ​, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ - ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ, ຜະລິດ​ເກືອ, ຜະລິດ​ແນວ​ພັນ​ປູກ​ແລະ ສັດ​ນ້ອຍ, ບຸລິມະສິດ​ອາກອນສຳລັບ​ການ​ລົງທຶນ​ເປີດ​ກ້ວາງ.​​.​. ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫຼາຍ​ຄົນ ​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ເປີດ​ກ້ວາງ​​ເປົ້າ​ໝາຍ​ໄດ້​ຮັບ​ບຸລິມະສິດອາກອນ ​ເພື່ອ​ແນ່​​ໃສ່​ຮັບປະກັນ​ໃຫ້​ເໝາະ​ສົມ​ກັບ​ນະ​ໂຍບາຍ​ບຸລິມະສິດ​ທີ່​ໄດ້​ກຳນົດ​ໃນ​ບັນດາ​ກົດ​ໝາຍ​ສະ​ເພາະ​ຂະ​ແໜງ.

        ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​​ປະຕິບັດ​ການ​ປະ​ຢັດ, ຕ້ານ​ການ​ຟຸງ​ເຟືອຍ (ສະບັບ​ປັບປຸງ), ບັນດາ​ສະມາຊິກ​ຄະ​ນະ​ປະຈຳ​ສະພາ​ແຫ່​ງຊາດ ຖື​ວ່າ: ຮ່າງ​ກົດໝາຍ​ໄດ້​ເພີ່ມ​ເຕີມ​ຫຼາຍເນື້ອ​ໃນ​ໃໝ່​ຫຼາຍ​, ຫຼາຍ​ບັນຫາ​ໄດ້​ຫັນ​ເປັນ​ລະອຽດ​ກ່ວາ​ເມື່ອ​ທຽບ​ໃສ່​ກົດໝາຍ​ພວມ​ປະກາດ​ໃຊ້​ໃນປະຈຸ​ບັນ.

        ​ແລະກໍ່ຢູ່​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈ​ຳສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ລັດຖະບັນຍັດ ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ກ່ຽວ​ກັບ​ເງິນຕາ​ຕ່າງປະ​ເທດ​ຝາກ​ມາ ດ້ວຍ 4 ​ເນື້ອ​ໃນ​ແຕກ​ຕ່າງ​ກັນທີ່​ສຳຄັນ​​ກ່ຽວຂ້ອງ​ເຖິງ​ການ​ດຶງ​ດູດ​​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ກູ້​ຢືມ ​ແລະ ​ໃຊ້​ໜີ້​ຂອງ​ຜູ້​ຢູ່​ອາ​ໄສ, ການລົງທຶນ​ໂດຍ​ທາງ​ອ້ອມ​ຈາກຕ່າງປະ​ເທດ ​ເຂົ້າ ຫວຽດນາມ ​ແລະ ຕ້ານ​ສະພາບ​ການ​ໃຊ້​ສະກຸນ​ເງິນ​ ​ໂດ​ລາ​ສະຫະ​ລັດ.

 

ຂ່າວ/ບົດ​ອື່ນ