ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບການປະຕິບັດມະຕິເລກທີ 76 ກ່ຽວກັບຈຸດໝາຍຫລຸດຜ່ອນຄວາມທຸກຍາກຮອດປີ 2020

(VOVWORLD) - ພາຍຫຼັງ 4 ປີປະຕິບັດມະຕິເລກທີ 76, ມາຮອດປະຈຸບັນ, ມີຫຼາຍຈຸດໝາຍໄດ້ວາງອອກໃນມະຕິໄດ້ຈັດຕັ້ງປະຕິບັດບັນລຸ ແລະ ລື່ນກາຍຄາດໝາຍໄດ້ວາງອອກ.
ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບການປະຕິບັດມະຕິເລກທີ 76 ກ່ຽວກັບຈຸດໝາຍຫລຸດຜ່ອນຄວາມທຸກຍາກຮອດປີ 2020 - ảnh 1 ບັນດາຜູ້ແທນທີ່ກອງປະຊຸມ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 27, ຕອນເຊົ້າວັນທີ 17 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນລາຍງານຂອງລັດຖະບານກ່ຽວກັບການປະຕິບັດມະຕິເລກທີ 76 ຂອງສະພາແຫ່ງຊາດຊຸດທີ 13 ກ່ຽວກັບການຍູ້ແຮງການປະຕິບັດຈຸດໝາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງຮອດປີ 2020.

        ພາຍຫຼັງ 4 ປີປະຕິບັດມະຕິເລກທີ 76, ມາຮອດປະຈຸບັນ, ມີຫຼາຍຈຸດໝາຍໄດ້ວາງອອກໃນມະຕິໄດ້ຈັດຕັ້ງປະຕິບັດບັນລຸ ແລະ ລື່ນກາຍຄາດໝາຍໄດ້ວາງອອກ. ລະອຽດຄື, ຮອດທ້າຍປີ 2016, ອັດຕາຄອບຄົວທຸກຍາກ, ຄອບຄົວໃກ້ກັບມາດຖານຄອບຄົວທຸກຍາກໄດ້ຫລຸດລົງຍັງເຫຼືອພຽງ 13% . ທ້າຍປີ 2017, ຫລຸດລົງເຫຼືອພຽງ 12%. ມາຮອດປະຈຸບັນ, ມີ 8 ເມືອງໄດ້ຫລຸດພົ້ນອອກຈາກຄວາມທຸກຍາກໃນຈຳນວນ 64 ເມືອງທຸກຍາກ; ຍັງມີ 19/291 ຕາແສງທຸກຍາກເປັນພິເສດຢູ່ເຂດແຄມທະເລ ແລະ ເຂດໝູ່ເກາະໄດ້ຖືກຈັດອອກຈາກລາຍການນີ້.

        ທ່ານ ປອ ບູ່ຍສີເລີ້ຍ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຖືວ່າ: ການພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການຮັບປະກັນ ແລະ ການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ບັນດາໝາກຜົນຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາລັດທິສັງຄົມນິຍົມນັບມື້ນັບດີກ່ວາເກົ່າ.

        ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເບຍ, ເຫຼົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ