ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນດ້ວຍເອກະສານຕໍ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2020.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: quochoi.vn)

ກອງປະຊຸມຄັ້ງທີ 54 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ມີນາ ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ແກ່ຍາວເປັນເວລາ 1 ມື້, ເນື້ອໃນທີ່ເປັນໜ້າສົນໃຈນັ້ນແມ່ນ ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIV ແລະ ວຽກງານບຸກຄະລາກອນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ປະກອບຄຳເຫັນກ່ຽວກັບບົດລາຍງານສະຫຼຸບວຽກງານໃນອາຍຸການ ຊຸດທີ 14 ຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາບົດລາຍງານໝາກຜົນຂອງການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ສົ່ງໄປຍັງກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດຊຸດທີ XIV, ລວບລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນສົ່ງມາຍັງກອງປະຊຸມຄັ້ງທີ 11 ຂອງສະພາແຫ່ງຊາດຊຸດທີ XIV. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        ຄັດເລືອກຖືກກັບຈຸດເວລາເຊິ່ງປະເທດຕ້ອງຮັບການແກ້ໄຂເພື່ອພັດທະນາດີຂຶ້ນ. ນັ້ນແມ່ນບັນດາຜົນງານ, ບັນດາຂີດໝາຍເຊິ່ງພວກເຮົາຕ້ອງໄດ້ຕີລາຄາຢ່າງເລິກເຊິ່ງ, ນັ້ນກໍ່ແມ່ນບັນດາບົດຮຽນປະສົບການເພື່ອໃຫ້ ສະພາແຫ່ງຊາດຊຸດທີ XV ເພື່ອສືບຕໍ່ປ່ຽນແປງ ແລະ ພັດທະນາໃຫ້ດີກ່ວານີ້ອີກ. ນັ້ນແມ່ນກົດເກນ, ປະເທດຊາດຈຶ່ງສາມາດພັດທະນາໄດ້. ປະເທດພັດທະນາໄດ້ຄືໃນປັດຈຸບັນ ກໍ່ມີການປະກອບສ່ວນທີ່ໃຫຍ່ຫຼວງຂອງການເຄື່ອນໄຫວເລືອກຕັ້ງຂອງປະຊາຊົນເວົ້າລວມ ແລະ ຂອງສະພາແຫ່ງຊາດຊຸດທີ XIV ເວົ້າສະເພາະ

        ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນດ້ວຍເອກະສານຕໍ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2020. 

ຕອບກັບ

ຂ່າວ/ບົດ​ອື່ນ