ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ

(VOVWORLD) - ຄາດວ່າ ຮອດທ້າຍປີນີ້, ການເຕີບໂຕ GDP ຂອງ ຫວຽດນາມ ຈະບັນລຸປະມານ 5%. 
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ - ảnh 1(ພາບປະກອບ: quochoi.vn)

ໂດຍສືບຕໍ່ລາຍການຂອງກອງປະຊຸມຄັ້ງທີ 27, ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງເສດຖະກິດ - ສັງຄົມ: ຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2023, ຮ່າງແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024; ຕີລາຄາກາງສະໄໝ ກ່ຽວກັບຜົນຂອງການຜັນຂະຫຍາຍການປະຕິບັດມະຕິເລກທີ 16, ສະພາແຫ່ງຊາດຊຸດທີ XV ກ່ຽວກັບແຜນການພັດທະນາເສດຖະກິດ  - ສັງຄົມ ໄລຍະ 5 ປີ 2021 – 2025…

        ຄາດວ່າ ຮອດທ້າຍປີນີ້, ການເຕີບໂຕ GDP ຂອງ ຫວຽດນາມ ຈະບັນລຸປະມານ 5%, ເຖິງວ່າຕ່ຳກວ່າຄາດໝາຍທີ່ໄດ້ວາງອອກ (6,5%) ກໍຕາມ ແຕ່ຍັງແມ່ນລະດັບສູງພໍສົມຄວນ ເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ ແລະ ໃນໂລກ.

      

ຕອບກັບ

ຂ່າວ/ບົດ​ອື່ນ