ຄະ​ນະປະ​ຈຳ​ສະ​ພາ​ແຫ່ງ​ຊາດ​: ຫ້າມ “​ການ​ຕົກ​ລົງ​ກັນ​ຊື້​ຂາຍ​ລູກນັບ​ແຕ່​ເວ​ລາ​ຢູ່​ໃນ​ຄັນ”

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງເຫັນດີຢ່າງສູງດ້ວຍຮ່າງກົດໝາຍວ່າດ້ວຍການກຳນົດຫ້າມ “ການຕົກລົງກັນຊື້ຂາຍລູກນັບແຕ່ເວລາຢູ່ໃນຄັນ”
ຄະ​ນະປະ​ຈຳ​ສະ​ພາ​ແຫ່ງ​ຊາດ​: ຫ້າມ “​ການ​ຕົກ​ລົງ​ກັນ​ຊື້​ຂາຍ​ລູກນັບ​ແຕ່​ເວ​ລາ​ຢູ່​ໃນ​ຄັນ” - ảnh 1ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ໂດຍສືບຕໍ່ວາລະປະຊຸມຫົວເລື່ອງກົດໝາຍເດືອນສິງຫາ, ຕອນເຊົ້າວັນທີ 13 ສິງຫາ, ເມື່ອປະກອບຄຳເຫັນອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ), ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງເຫັນດີຢ່າງສູງດ້ວຍຮ່າງກົດໝາຍວ່າດ້ວຍການກຳນົດຫ້າມ “ການຕົກລົງກັນຊື້ຂາຍລູກນັບແຕ່ເວລາຢູ່ໃນຄັນ”. ກ່ຽວຂ້ອງເຖິງບັນຫາຜູ້ປະສົບເຄາະຮ້າຍໄດ້ກຳເນີດທາງອ້ອມໃນວິວັດການຜູ້ເປັນແມ່ຖືກຄ້າຂາຍນັ້ນ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທງ ຖືວ່າ:

        “ໃນຕົວຈິງ, ບຸກຄົນທີ່ໄດ້ກຳເນີດຈາກແມ່ຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດນັ້ນ, ເມື່ອໄດ້ຮັບການຊ່ວຍເຫຼືອໃຫ້ກັບເມືອເຮືອນແລ້ວ, ທັງຜູ້ເປັນແມ່ ແລະ ເດັກ ແມ່ນຫຍຸ້ງຍາກຫຼາຍ ໂດຍຕ້ອງໄດ້ຮັບການຊ່ວຍເຫຼືອ. ຂ້າພະເຈົ້າສະເໜີວ່າ ຕ້ອງມີການພິຈາລະນາກ່ຽວກັບຂໍ້ກຳນົດໜູນຊ່ວຍໃຫ້ທັງຜູ້ມີອາຍຸຕ່ຳກວ່າ 18 ປີ ພ້ອມກັບການໜູນຊ່ວຍດ້ານວັດທະນະທຳ ແລະ ໃຫ້ເງິນອຸດໜູນໃນໄລຍະປະສົບກັບຄວາມຫຍຸ້ງຍາກໃນເບື້ອງຕົ້ນ”.

        ໄປຄຽງຄູ່ກັບເລື່ອງເປີດກວ້າງນິຍາມການຄ້າມະນຸດ, ບັນດາມາດຕະການແກ້ໄຂອື່ນ ກໍຈະໄດ້ພິຈາລະນາໝູນໃຊ້ພ້ອມກັບບັນດາມາດຕະການລົງໂທດທາງອາຍາ. ສິ່ງດັ່ງກ່າວຈະປະກອບສ່ວນໃຫ້ແກ່ການຕໍ່ສູ້, ປ້ອງກັນ, ຕ້ານການຄ້າມະນຸດຢ່າງມີປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ