ຄະນະປະຈຳສະພາແຫ່ງຊາດ ແລະ ສູນກາງແນວໂຮມປະເທດຊາດ ຫວຽດນາມ ສົມທົບກັນປະຕິບັດງານ

ຄະນະປະຈຳສະພາແຫ່ງຊາດ ແລະ ສູນກາງແນວໂຮມປະເທດຊາດ ຫວຽດນາມ ສົມທົບກັນປະຕິບັດງານ - ảnh 1

(ພາບປະກອບ:daibieunhandan.vn)

(vovworld) -  ຕອນ​ເຊົ້າວັນ​ທີ 6/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ພ້ອມ​ກັບ​ທ່ານ​ປະ​ທານ​ຄະນະ​ປະທານ​ຄະນະ​ກຳມະການ ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮິງ​ດາມ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ກຳນົດ​ສົມທົບ​ກັນ​ປະຕິບັດ​ງານ​ປີ 2013 ລະຫວ່າງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະທານ​ຄະນະ​ກຳມະການ ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2013, ສອງ​ອົງການ​ສົມທົບ​ກັນສຸມ​ໃສ່ບັນດາ​ຮ່າງ​ກົດໝາຍ​ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດ​ຂອງ​ປະຊາຊົນ​ຄື: ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟູມ​ເຟືອຍ, ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົ​ນລະ​ເມືອງ…​ສອງ​ອົງການ​ຍັງ​ສົມທົບ​ກັນ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ. ສອງ​ອົງການ​ສືບ​ຕໍ່​ສົມທົບ​ກັນ​ປັບປຸງ, ​ເປີດ​ກ້ວາງ ​ແລະ ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ຂ່າວ/ບົດ​ອື່ນ