ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1
(ທ່ານ​ຫົວ​ໜ້າ​ກຳມາ​ທິການກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຟານ​ຈູງ​ຫຼີ໋)

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 21, ຕອນ​ເຊົ້າ​ວັນ​ທີ 18 ກັນຍາ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວ​ກັບວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.          

        ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ຖື​ວ່າ ​ເຖິງ​ວ່າ​ບັນລຸ​ໄດ້​ບັນດາ​ຜົນງານ​ຢ່າງ​ຕັ້ງໜ້າ ​ແຕ່​ສະພາບສໍ້​ລາດ​ບັງ​ຫຼວງ​ຍັງ​ບໍ່​ທັນ​ມີ​ສັນຍານ​ຫຼຸດ​ລົງ. ​​ສໍ້​ລາດ​ບັງ​ຫຼວງ​ໃນການຄຸ້ມ​ຄອງ​ນຳໃຊ້ທີ່​ດິນ, ​ສິນ​ເຊື່ອ​ທະນາຄານ, ການຄຸ້ມ​ຄອງ​ທຶນ ​ແລະ ຊັບ​ສົມບັດຢູ່​ບາງລັດ​ວິ​ສາ​ຫະກິດ​ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ອັນ​ໜັກໜ່ວງ​ທາງດ້ານ​ເສດຖະກິດ. ວຽກ​ງານ​ຄວບຄຸມ, ຄົ້ນພົບ, ​ແກ້​ໄຂການກະທຳສໍ້​ລາດ​ບັງ​ຫຼວງ​​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຖື​ວ່າ ຕ້ອງ​ໄຈ້​ແຍກ, ຕີ​ລາຄາ​ຢ່າງ​ຈະ​ແຈ້ງ​ກວ່າ​ກ່ຽວ​ກັບ​ສະພາບ​​ສໍ້​ລາດ​ບັງ​ຫຼວງ ອີ່​ງ​ໃສ່​ວຽກ​ງານ​ສືບສວນ, ສອບ​ສວນ, ບົດລາຍ​ງານ​ຂອງ​ບັນດາ​ຂະ​ແໜງ ​ແລະ ຫາງ​ສຽງ, ໜັງ​ສື​ພິມ ​ເພື່ອ​ສະ​ເໜີ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີ​ປະສິດ​ທິຜົນ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ກຳນົດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ບັນດາ​ອົງການ​ປ້ອງ​ກັນ, ຕ້ານ​​ໄພສໍ້​ລາດ​ບັງ​ຫຼວງ, ຜູ້ນຳ​ໜ້າ​ບັນດາ​ອົງການ​ນີ້. ທ່ານ​ຫົວ​ໜ້າ​ຄະນະ​ກຳມາ​ທິການກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຟານ​ຈູງ​ຫຼີ໋ ສະ​ເໜີ​.

        “ຜ່ານ​ການ​ໄດ້ຄົ້ນພົບຫຼາຍກໍລະນີ, ​ແຕ່​ການແກ້​ໄຂ​ຍັງໜ້ອຍຢູ່. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້ໄຈ​ແຍກ​ຕື່ມ​ອີກ. ​ໃນ​ໄລຍະ​ຜ່ານ​ມາ, ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ສື່ມວນຊົນ​ໃນການ​ຕໍ່ສູ້, ປ້ອງ​ກັນ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ”​.

  ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 18 ກັນຍາ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ, ປັບປຸງ, ​ເພີ່ມ​ຕື່ມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍທະບຽນ​ສານ. ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ກັບ​ແຜນ​ນະ​ໂຍບາຍ ຕ້ອງ​ສືບ​ຕໍ່​ຍູ້​ແຮງວຽກງານ​ທະບຽນ​ສານ​ດ້ວຍບັນດາ​ມາດ​ຕະການ​ທີ່​​ວາງ​ອອກ​ໃນ​ຮ່າງ​ກົດໝາຍ. ​ແຕ່​ວ່າ, ມີ​ບາງ​ຄຳ​ເຫັນ​ຖື​ວ່າ ​ແຜນ​ນະ​ໂຍບາຍ​ນີ້ ຕ້ອງ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ, ກໍ່ສ້າງ​ຂັ້ນຕອນ​ຢ່າງ​ລະອຽດ. ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນນະພາບຖັນ​​ແຖວ​ພະນັກງານ​ທະບຽນ​ສານ, ຄຳ​ເຫັນ​ສ່ວນ​ຫຼາຍ​ຂອງ​ບັນດາສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດລ້ວນແຕ່ ​ເຫັນ​ດີ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ຂໍ້ກຳນົດ​ຂອງ​ກົ​ດໝາຍ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຮັບປະກັນ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງຖັນ​​ແຖວ​ພະນັກງານ​ທະບຽນ​ສານ. ໂດຍລະອຽດ​ແມ່ນ, ກຳນົດ​ທີ່​ຕັ້ງ​ດ້ານ​ກົດໝາຍຂອງ​ພະນັກງານ​ທະບຽນ​ສານ; ໜ້າ​ທີ່​ຮັບຜິດຊອບ​ຂອງພະນັກງານ​ທະບຽນ​ສານ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດຳເນີນອາຊີບຂອງ​ຕົນ; ຍົກ​ສູງ​ຄວາມຮຽກຮ້ອງຕ້ອງການ​ສຳລັບ​ມາດຖານພະນັກງານ​ທະບຽນ​ສານ; ປັບປຸງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ບຳລຸ​ສ້າງ ​ແລະ ການຝຶກງານ; ​ເຮັດ​ແຈ້ງ​ໜ້າ​ທີ່​ຮັບຜິດຊອບ​ຂອງພະນັກງານ​ທະບຽນ​ສານ, ປະກັນ​ໄພ​ຄວາມຮັບຜິດຊອບໜ້າ​ທີ່​ອາຊີບ​ໃຫ້​ແກ່ພະນັກງານ​ທະບຽນ​ສານ.


ຂ່າວ/ບົດ​ອື່ນ