ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານພົນລະເຮືອນ

ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານພົນລະເຮືອນ - ảnh 1
(ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ)

(vovworld) - ​​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 27, ຕອນ​ເຊົ້າ​ວັນ​ທີ 21/04, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການຈັດ​ຕັ້ງ​ການ​ປະຕິ​ບັດ​ຄຳ​ຕັດສິນ​ຂອງ​ສານ​ພົນລະ​​ເຮືອນ, ​ເຊິ່ງຈະ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ 05 ຈະ​ມາ​ເຖິງ.

        ກ່າວ​ຄຳ​ເຫັນ​ສະຫຼຸບ​ວາລະ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ຖື​ວ່າ, ການ​ປັບປຸງ​ແມ່ນ​ຈຳ​ເປັນ ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງຂອງ​ກົດໝາຍ​ທີ່ພວມ​ປະກາດ​​ໃຊ້, ພ້ອມ​ທັງ​ຍົກ​ສູງ​ການປະຕິບັດ​ຄຳ​ຕັດສິນ​ຂອງ​ສານ, ອຳນາດ​ນິຕິ​ບັນຍັດ​ໃນ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານພົນລະ​ເຮືອນ ​ເພື່ອຫຼຸດຜ່ອນ​ບັນດາຄະດີ​ທີ່​ຍັງ​ຄົງ​ຄ້າງ.  ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ເນັ້ນ​ໜັກ​ວ່າ ຕ້ອງ​ກຳນົດ​ໜ້າ​ທີ່​ຂອງ​ສານ ​ແລະ ຄະນະ​ກຳມະການ​ປະຊາຊົນ​ໃນ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານພົນລະ​ເຮືອນ​ຢ່າງ​ຈະ​ແຈ້ງ, ​ໃນ​ນັ້ນ​ເພີ່ມຄວາມ​ຮັບ​ຜິດ​ຊອບ​ຂອງ​ຄະນະ​ກຳມະການ​ປະຊາຊົນ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ມີ​ກົນ​ໄກ​ສົມ​ທົບ​ກັນ​ລະຫວ່າງ 2 ຝ່າຍ ​ເພື່ອ​​ໃຫ້​ຄຳ​ຕັດສິນ​ຂອງ​ສານ​ໄດ້​ຮັບ​ການ​ປະຕິບັດຖືກ​ຕາມກົດໝາຍ. ກ່ຽວ​ກັບ​ການ​ກວດກາ​ຄວາມ​ຮັບຜິດຊອບ​ໃນ​ການປະຕິບັດ​ຄຳ​ຕັດສິນ​ຂອງ​ສານ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ຊີ້​ແຈ້ງວ່າ ຮ່າງ​ກົດໝາຍ​ຄວນ​ກຳນົດ​ອົງການ, ອົງການ​ຈັດ​ຕັ້ງ​ໄດ້​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານສຳລັບ​ບ້ວງ​ເງິນ, ຊັບ​ສິນ​ຂອງ​ລັດ ​ເພື່ອ​ແນ​ໃສ່​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ລັດ ​ແລະ ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຈາກ​ສະພາບ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ