ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄຂ​ກອງປະ​ຊຸມ​ຄັ້ງ​ທີ 15 ໃນວັນ​ທີ 12 ກັນ​ຍາ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງບົດລາຍງານໝາກຜົນຂອງການຕິດຕາມກວດກາຫົວເລື່ອງຂອງສະພາແຫ່ງຊາດ “ການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບການປະຕິບັດການປະຢັດ, ຕ້ານການຟູນເຟືອຍ ໃນໄລຍະ 2016 - 2021”.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄຂ​ກອງປະ​ຊຸມ​ຄັ້ງ​ທີ 15 ໃນວັນ​ທີ 12 ກັນ​ຍາ - ảnh 1ກອງປະຊຸມຄັ້ງທີ 14 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: nhandan.vn)

ຕາມແຫລ່ງຂ່າວຈາກຫ້ອງວ່າການສະພາແຫ່ງຊາດ, ຄາດວ່າ, ກອງປະຊຸມຄັ້ງທີ 15 ຂອງ ຄະນະປະຈຳສະພາແຫ່ງຊາດ ຈະຈັດຂຶ້ນໃນວັນທີ 12 ກັນຍາ ແລະ ອັດລົງໃນວັນທີ 15 ກັນຍາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມ, ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ປ່ຽນກັນບໍລິຫານເນື້ອໃນກອງປະຊຸມ.

ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ປະກອບຄຳເຫັນກ່ຽວກັບເນື້ອໃນສຳຄັນ. ຄະນະປະຈຳສະພາແຫ່ງຊາດ ດຳເນີນການຕິດຕາມກວດກາຫົວເລື່ອງ: “ການປະຕິບັດບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນເມືອງ, ຂັ້ນຕາແສງໃນໄລຍະ 2019 - 2021”, ການປະຕິບັດກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ ແລະ ແກ້ໄຂຄວາມຮ້ອງຟ້ອງ, ຮ້ອງທຸກນັບແຕ່ວັນທີ 1 ກໍລະກົດ 2016 ຫາວັນທີ 1 ກໍລະກົດ ປີ 2021”. ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງບົດລາຍງານໝາກຜົນຂອງການຕິດຕາມກວດກາຫົວເລື່ອງຂອງສະພາແຫ່ງຊາດ “ການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບການປະຕິບັດການປະຢັດ, ຕ້ານການຟູນເຟືອຍ ໃນໄລຍະ 2016 - 2021”.

ແລະກໍ່ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ ບັນດາບົດລາຍງານປະຈຳປີ, ປະກອບຄຳເຫັນໃສ່ບົດລາຍງານປະຕິບັດວຽກງານຂອງປີ 2022 ແລະ ແຜນການກວດສອບໃນປີ 2023 ຂອງ ອົງການກວດສອບແຫ່ງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ