ຄະນະປະຈຳສະພາແຫ່ງຊາດ ໄຂວາລະປະຊຸມຄັ້ງທີ 4

ຕອນ​ເຊົ້າ​ວັນ​ທີ 13/12 ຢູ່ ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 4 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ ຫງວຽນ​ຊີງ​ຮູ່ງ, ປະທານສະພາ​ແຫ່ງ​ຊາດ​ຫວຽດນາມ. ​ເມື່ອ​ຕີ​ລາຄາ​ໝາກຜົນ​ກອງ​ປະຊຸມ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຫາ​ກໍ່​ອັດ​ລົງ​ໃນ​ວັນ​ທີ 25/11 ຜ່ານ​ມາ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ: ສະ​ໄຫມ​ປະຊຸມ​ໄດ້​ສຳ​ເລັດ​ໂຄງການ​ທັງ​ໝົດ​ທີ່​ໄດ້​ວາງ​ອອກ ດ້ວຍ​ຫລາຍ​ເນື້ອ​ໃນ​ສຳຄັນ. ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ຍົກ​ສູງ​ຄຸນ​ນະພາ​ບ, ສ່ອງ​ແສງ​ຢ່າງ​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ບັນດາ​ບັນຫາ​ຊຶ່ງ​ຫາງ​ສຽງ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງມີ​ຄວາມສົນ​ໃຈ.  ສະພາ​ແຫ່ງ​ຊາດ​ໄດ້​ໄຈ້​ແຍກ, ຕີ​ລາຄາ​ຢ່າງ​ເລິກ​ເຊິ່ງສະພາບ​ການ​ເສດຖະກິດ ສັງຄົມ, ຈາກ​ນັ້ນ​ຮັບຮອງ​ເອົາ​ບັນດາ​ມະຕິ​ສຳຄັນ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ ​ໄລຍະ 5 ປີ ​ແລະ ປີ 2012, ງົບປະມານ​ແຫ່ງ​ລັດ​ປີ 2012. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ສະ​ໄຫມ​ປະຊຸມ​ເທື່ອ​ທີ 3 ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ​ຮັບຮອງ​ເອົາ ຮ່າງ​ກົດໝາຍ 14 ສະບັບ, ມະຕິ 1 ສະບັບ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ອື່ນ 7 ສະບັບ. ສະພາ​ແຫ່ງ​ຊາດ​ກໍ​ພິຈາລະນາ​ບັນດາ​ບັນຫາ​ເສດຖະກິດ ສັງຄົມ, ຕິດຕາມ​ກວດກາ ​ແລະ ບັນດາ​ບັນຫາ​ສຳຄັນ​ອື່ນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ສະ​ເຫ​ນີ​ໃຫ້​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ຄວນ​ກະກຽມ​ໃຫ້​ແກ່​ສະ​ໄໝ​ປະຊຸມ​ຢ່າງ​ລະອຽດ, ວິທະຍາສາດ,            ຮັບປະກັນ​ຄຸນ​ນະພາ​ບ, ປະສິດທິ​ຜົນ.

        “ບັນຫາ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ເຖິງ​ສະ​ໄຫມ​ປະຊຸມ ຕ້ອງ​ມີ​ການ​ກະກຽມ​ເປັນ​ຢ່າງ​ດີ ນັບ​ທັງ​ວຽກ​ງານ​ກົດໝາຍ, ບົດ​ລາຍ​ງານ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ​ສະພາ​ແຫ່ງ​ຊາດ​ຕົກລົງ​ບັນດາ​ບັນຫາ​ສຳຄັນ, ນັບ​ທັງ​ຕິດຕາມ​ກວດກາ ​ແລະ ​ການ​ຕອບ​ຄຳ​ຊັກ​ຖາມກໍ​ຕ້ອງ​ມີ​ການ​ກະກຽມ​ຢ່າງ​ລະອຽດ. ຢາກ​ຮັບປະກັນ​ຄຸນ​ນະພາ​ບ, ອົງການ​ກະກຽມ, ອົງການ​ກວດກາ ນັບ​ທັງ​ຄະນະ​ປະຈຳ ຕ້ອງ​ປະຕິບັດ​ເປັນ​ວິວັດ​ການ​ເປັນ​ຢ່າງ​ດີ.“

ຕອບກັບ

ຂ່າວ/ບົດ​ອື່ນ