ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ຈັດ​ວາ​ລະ​ປະ​ຊຸມ​ແຕ່​ວັນ​ທີ 10-20 ພຶດ​ສະ​ພາ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາການຄາດຄະເນວິທີການຈັດແບ່ງງົບປະມານສູນກາງໄລຍະ 2021 - 2025 ແລະ ປີ 2022 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ປະຕິບັດ 3 ເປົ້າໝາຍແຫ່ງຊາດ;
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ຈັດ​ວາ​ລະ​ປະ​ຊຸມ​ແຕ່​ວັນ​ທີ 10-20 ພຶດ​ສະ​ພາ - ảnh 1

 ວາລະປະຊຸມຄັ້ງທີ 10

   ຄາດວ່າ, ວາລະປະຊຸມຄັ້ງທີ 11 ຂອງຄະນະປະຈຳສະພາແຫ່ງຊາດ ຈະຈັດຂຶ້ນແຕ່ວັນທີ 11-20 ພຶດສະພາ. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ ໃຫ້ຄຳເຫັນສຳລັບບາງເນື້ອໃນສຳຄັນຄື: ບົດລາຍງານຕີລາຄາເພີ່ມເຕີມໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດປີ 2021; ສະພາບການຜັນຂະຫຍາຍການປະຕິບັດແຜນການ ພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດຊຸມເດືອນຕົ້ນປີ 2022; ບົດລາຍງານໝາກຜົນການຕິດຕາມກວດກາການແກ້ໄຂ, ໃຫ້ຄຳຕອບຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງຝາກໄປຍັງສະໄໝປະຊຸມເທື່ອທີ 2, ສະພາແຫ່ງຊາດຊຸດທີ 15…. ພ້ອມກັນນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາການຄາດຄະເນວິທີການຈັດແບ່ງງົບປະມານສູນກາງໄລຍະ 2021 - 2025 ແລະ ປີ 2022 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ປະຕິບັດ 3 ເປົ້າໝາຍແຫ່ງຊາດ; ພິຈາລະນາການເພີ່ມເຕີມແຜນງົບປະມານສູນກາງປີ 2022 ພາຍໃນປະເທດ ຈັດແບ່ງໃຫ້ບັນດາງກະຊວງ, ຂະແໜງການ, ທ້ອງຖິ່ນ…ພິຈາລະນາ ແລະ ໃຫ້ຄຳເຫັນສຳລັບບາງເນື້ອໃນສຳຄັນອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ