ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ສືບຕໍ່ດຳເນີນກອງປະຊຸມຄັ້ງທີ 13

(VOVWORLD) -ຕອນບ່າຍວັນທີ 11 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ການສ້າງຕັ້ງສານປະຊາຊົນ, ອົງການໄອຍະການປະຊາຊົນນະຄອນເຊີ່ມເຊີນ, ແຂວງແທງຮ້ວາ
     ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ສືບຕໍ່ດຳເນີນກອງປະຊຸມຄັ້ງທີ 13  - ảnh 1ກອງປະຊຸມຄັ້ງທີ 13 ຄະນະປະຈຳສະພາແຫ່ງຊາດຊຸດທີ 14 

ໂດຍສືບຕໍ່ກອງປະຊຸມຄັ້ງທີ 13 ຄະນະປະຈຳສະພາແຫ່ງຊາດຊຸດທີ 14, ຕອນບ່າຍວັນທີ 11 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ການສ້າງຕັ້ງສານປະຊາຊົນ, ອົງການໄອຍະການປະຊາຊົນນະຄອນເຊີ່ມເຊີນ, ແຂວງແທງຮ້ວາ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວໄດ້ເປັນປະທານກອງປະຊຸມ.

      ດ້ວຍ 100%ຈຳນວນສະມາຊີກສະພາແຫ່ງຊາດເຫັນດີ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍ ການສ້າງຕັ້ງສານປະຊາຊົນ, ອົງການໄອຍະການປະຊາຊົນນະຄອນເຊີ່ມເຊີນ, ແຂວງແທງຮ້ວາ.

    ກ່ອນໜ້ານັ້ນ, ຄືໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດ. ແລະກໍໃນຕອນເຊົ້າວັນທີ 11 ສິງຫາ, ຄະນະປະຈຳສະພາແຫ່ງຊາດຍັງໃຫ້ຄຳເຫັນໃສ່ການສະຫຼຸບການທົດລອງໃຊ້ຊຸດເຄື່ອງແບບໃນການດຳເນີນຄະດີຂອງຜູ້ພິພາກສາສານປະຊາຊົນຕາມຂໍ້ຕົກລົງເລກທີ 1214 ຂອງ ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ແລະ ການປະຕິບັດເປັນເອກະພາບໃນການນຸ່ງຊຸດເຄື່ອງແບບຂອງ ຜູ້ພິພາກສາສານປະຊາຊົນໃນຂອບເຂດທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ