ຄະນະປະຈຳສະພາແຫ່ງຊາດຕິດຕາມກວດກາວຽກງານຫລຸດຜ່ອນຄວາມທຸກຍາກຢູ່ຮ່າຢາງ

ຄະນະປະຈຳສະພາແຫ່ງຊາດຕິດຕາມກວດກາວຽກງານຫລຸດຜ່ອນຄວາມທຸກຍາກຢູ່ຮ່າຢາງ - ảnh 1
ຄະນະປະຈຳສະພາແຫ່ງຊາດຕິດຕາມກວດກາວຽກງານຫລຸດຜ່ອນຄວາມທຸກຍາກຢູ່ຮ່າຢາງ
(ພາບ: Minh Tâm/Vietnam+)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຮ່າ​ຢາງ ​ໃນ​ວັນ​ທີ 24/12, ທ່ານ ບຸ່ຍ​ສີ​ເລີ້​ຍ, ຮອງ​ຫົວໜ້າ​ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ, ສະ​ເໜີ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຢາງ ​ເພີ່ມ​ທະວີ​ວຽກ​ງານ​ຊີ້​ນຳ​ນຳພາ, ປະຕິບັດ​ລາຍການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄວ ​ແລະ ໝັ້ນຄົງຢ່າງ​ມີ​ປະສິດທິ​ຜົນ. ​ແຂວງ​ສຸ​ມ​ໃສ່​ປຸກ​ລະ​ດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ​ໃນ​ນັ້ນ, ບຸລິມະສິດ​ແຫຼ່ງກຳລັງ​ໃຫ້​ບັນດາ​​ເມືອງ, ຕາ​​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ຕິດ​ພັນ​ຈຸດໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສົມທົບ​ກັບ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ, ບັນດາ​ບໍລິສັດ​ໃຫຍ່​ແຫ່ງ​ລັດ ​ແລະ ບັນດາ​ວິ​ສາ​ຫະກິດ​ຊ່ວຍ​​ເຫຼືອ​ເມືອງ, ຕາ​ແສງ​ທຸກ​ຍາກ​ຂອງ​ແຂວງ​ຢ່າງ​ມີ​ປະສິດທິ​ຜົນ. ພິ​ເສດ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຢາງ ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ບັນ​ດາ​ນະ​ໂຍບາຍ, ​​ໂຄງການ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ວຽກ​​ເຮັດ​ງານ​ທຳ​ຮັບປະກັນ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ຂອງ​ລັດ​​ໃຫ້ບັນ​ລຸ​ປະສິດທິ​ຜົນ. ຄວນ​ຕີ​ລາຄາ​ສະພາບ​ການ​ຕົວ​ຈິງ​ຄອບຄົວ​ທຸກ​ຍາກ​ຂອງ​ແຂວງ ​ຢ່າງ​ຊັດ​ເຈນ​ເພື່ອເປັນ​ພື້ນຖານ​​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ຍຸຕິ​ທຳ ​ແລະ ມີ​ປະສິດ​ທິຜົນ.

ຂ່າວ/ບົດ​ອື່ນ