ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍບາງສະບັບ

(VOVWORLD) -ປະຈຸບັນພວກເຮົາມີບັນດາຊ່ອງທາງເພື່ອກວດກາການກວດສອບບັນຊີ ຄືອົງການກວດກາພັກ ແລະ ພາຍໃນອົງການກວດສອບ ກໍ່ມີກົນໄກກວດກາ. ນີ້ແມ່ນຊ່ອງທາງທີ່ເປັນປະຊາທິປະໄຕທີ່ສຸດ.

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍບາງສະບັບ - ảnh 1 ກອງປະຊຸມຄັ້ງທີ 37 ສືບຕໍ່ລາຍການເຮັດວຽກ

(ພາບ: quochoi.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 37, ຕອນເຊົ້າວັນທີ 13 ກັນຍາ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ, ດັດແກ້ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.

        ສະຫຼຸບວາລະປຶກສາຫາລື, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ຖືວ່າ: ໃນວິວັດການກວດສອບບັນຊີ, ການຮ້ອງທຸກແມ່ນເລື່ອງທຳມະດາ ແຕ່ຖ້າຫາກບໍ່ປະຕິບັດນັ້ນຈະສົ່ງຜົນສະທ້ອນເຖິງປະສິດທິພາບ, ປະສິດທິຜົນຂອງການກວດສອບ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໃຫ້ຮູ້ວ່າ: ປະຈຸບັນພວກເຮົາມີບັນດາຊ່ອງທາງເພື່ອກວດກາການກວດສອບບັນຊີ ຄືອົງການກວດກາພັກ ແລະ ພາຍໃນອົງການກວດສອບ ກໍ່ມີກົນໄກກວດກາ. ນີ້ແມ່ນຊ່ອງທາງທີ່ເປັນປະຊາທິປະໄຕທີ່ສຸດ.

        ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ກໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານກຳນົດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ