​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ການ​ປະ​ຕິ​ບັດ​ວຽກງານ​​ຂອງ ລັດ​ຖະ​ບານ

(VOVWORLD) -ກ່າວຄຳເຫັນປິດກອງປະຊຸມຄັ້ງທີ 53, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ລັດຖະບານ, ບັນດາກຳມາທິການຂອງສະພາແຫ່ງຊາດ ອີງໃສ່ບົດສະຫຼຸບຂອງກອງປະຊຸມເພື່ອສ້າງເອກະສານໃຫ້ສົບບູນແບບເພື່ອລາຍງານຕໍ່ກອງປະຊຸມຄັ້ງທີ 11.
​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ການ​ປະ​ຕິ​ບັດ​ວຽກງານ​​ຂອງ ລັດ​ຖະ​ບານ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 53, ຕອນເຊົ້າວັນທີ 23 ກຸມພາ, ເມື່ອປະກອບຄຳເຫັນໃສ່ບົດລາຍການການປະຕິບັດງານອາຍຸການ 2016 – 2021 ຂອງລັດຖະບານ, ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານຕີລາຄາຢ່າງຖືກຕ້ອງສະພາບການ ແລະ ຄວາມເຂັ້ມແຂງ ຂອງພື້ນຖານເສດຖະກິດ ຕໍ່ໜ້າສະພາບການແກ່ຍາວຂອງໂລກລະບາດໂຄວິດ - 19 ເພື່ອແກ້ໄຂບັນດາບັນຫາໃນພຶດຕິກຳຕົວຈິງຢ່າງທັນການ.

ກ່າວຄຳເຫັນປິດກອງປະຊຸມຄັ້ງທີ 53, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ລັດຖະບານ, ບັນດາກຳມາທິການຂອງສະພາແຫ່ງຊາດ ອີງໃສ່ບົດສະຫຼຸບຂອງກອງປະຊຸມເພື່ອສ້າງເອກະສານໃຫ້ສົບບູນແບບເພື່ອລາຍງານຕໍ່ກອງປະຊຸມຄັ້ງທີ 11. ທ່ານນາງປະທານສະພາແຫ່ງຊາດໄດ້ສະເໜີສືບຕໍ່ປະຕິບັດຕາມເນື້ອໃນຈິດໃຈການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຖືກຕ້ອງ, ເປັນຕົ້ນແມ່ນໃນກອງປະຊຸມຄັ້ງທີ 11 ເພື່ອໃຫ້ກອງປະຊຸມໄດ້ດຳເນີນຢ່າງເຂັ້ມງວດ, ມີ ຄວາມຮັບຜິດຊອບ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ