ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ ພົນ​ລະ​ເຮືອນ

(VOVWORLD) -ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ).
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ ພົນ​ລະ​ເຮືອນ - ảnh 1ທ່ານເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  quochoi.vn)

ໂດຍສືບຕໍ່ກອງປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍເດືອນສິງຫາຂອງຄະນະປະຈຳສະພາແຫ່ງຊາດ, ວັນທີ 16 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ແຜນຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດ ພົນລະເຮືອນ. ນີ້ແມ່ນຮ່າງກົດໝາຍຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດປະກອບຄຳເຫັນຄັ້ງທຳອິດຢູ່ກອງປະຊຸມຄັ້ງທີ4, ສະພາແຫ່ງຊາດ ຊຸດທີ XV. ຮ່າງກົດໝາຍລວມມີ: 7 ພາກ, 74 ມາດຕາ ໂດຍສຸມໃສ່ 6 ນະໂຍບາຍລວມມີ: ການຕີລາຄາລະດັບຄວາມສ່ຽງຂອງໄພພິບັດ, ບັນຫາເກີດຂຶ້ນໃນການປ້ອງກັນ ພົນລະເຮືອນ; ຈັດແບ່ງວຽກງານໃນການຄຸ້ມຄອງແຫ່ງລັດ ແລະ ແບ່ງຂັ້ນໃນການຈັດຕັ້ງການເຄື່ອນໄຫວປ້ອງກັນ, ຮັບມື, ແກ້ໄຂບັນຫາໄພພິບັດ, ບັນດາເຫດທີ່ເກີດຂຶ້ນ, ກຳນົດມາດຕະການປົກປ້ອງປະຊາຊົນຕໍ່ໄພພິບັດ, ເຫດການທີ່ເກີດຂຶ້ນ  ແລະ ໜູນຊ່ວຍປະຊາຊົນທີ່ຖືກເສຍຫາຍ, ປ່ຽນແປງໃໝ່ການຈັດຕັ້ງຂອງຄະນະຊີ້ນຳການປ້ອງກັນພົນລະເມືອງແຫ່ງຊາດ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂະໜາດໃຫຍ່ (big data) ໃນການປ້ອງກັນ, ຮັບມື, ແກ້ໄຂຜົນເສຍຫາຍຈາກໄພພິບັດ, ເຫດການທີ່ເກີດຂຶ້ນ; ກຳນົດສະພາບການສຸກເສີນກ່ຽວກັບການປ້ອງກັນຊາດພົນລະເຮືອນ. ການປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນແມ່ນຕ້ອງເໝາະສົມກັບສະພາບການໄພທຳມະຊາດ, ໂລກລະບາດ, ສະພາບການໂລກ ແລະ ພາກພື້ນທີ່ມີການຜັນແປເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍ່ຕາມ, ການປ້ອງກັນພົນລະເຮືອນຄາດວ່າຈະແມ່ນການເຄື່ອນໄຫວປະຈຳ, ມີບົດບາດສຳຄັນຕໍ່ການຄົງຕົວ ແລະ ພັດທະນາຂອງປະເທດຊາດ, ດັ່ງນັ້ນເລື່ອງປະກາດໃຊ້ກົດໝາຍຕ້ອງຄົ້ນຄ້ວາຢ່າງລະອຽດ, ຕັ້ງຢູ່ໃນຍຸດທະສາດສັງລວມກ່ຽວກັບການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ແລະ ກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ)

ຕອບກັບ

ຂ່າວ/ບົດ​ອື່ນ