ຄະນະປະຈຳສະພາແຫ່ງຊາດສະເໜີຍົກສູງສິດ, ໜ້າທີ່ຄວາມຮັບຜິດຊອບຂອງຊາວໜຸ່ມໃຫ້ຫຼາຍກວ່າອີກ

(VOVWORLD) -ບັນດາຜູ້ແທນໄດ້ສະເໜີເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຂອງຊາວໜຸ່ມ, ບັນດາເງື່ອນໄຂເພື່ອໃຫ້ຊາວໜຸ່ມປະຕິບັດສິດ ແລະ ພັນທະຂອງຕົນຕໍ່ສັງຄົມໃຫ້ຖືກຕ້ອງຕາມລັດຖະທຳມະນູນ.

ຄະນະປະຈຳສະພາແຫ່ງຊາດສະເໜີຍົກສູງສິດ, ໜ້າທີ່ຄວາມຮັບຜິດຊອບຂອງຊາວໜຸ່ມໃຫ້ຫຼາຍກວ່າອີກ - ảnh 1 ກອງປະຊຸມຄັ້ງທີ 37

(ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 37, ຕອນເຊົ້າວັນທີ 10 ກັນຍາ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊາວໜຸ່ມ (ສະບັບປັບປຸງ), ບັນດາຜູ້ແທນໄດ້ສະເໜີເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຂອງຊາວໜຸ່ມ, ບັນດາເງື່ອນໄຂເພື່ອໃຫ້ຊາວໜຸ່ມປະຕິບັດສິດ ແລະ ພັນທະຂອງຕົນຕໍ່ສັງຄົມໃຫ້ຖືກຕ້ອງຕາມລັດຖະທຳມະນູນ.

        ບັນດາຄຳເຫັນໄດ້ເປັນເອກະພາບນຳກັນກັບຄວາມຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍຊາວໜຸ່ມ. ເຖິງຢ່າງໃດກໍ່ຕາມ, ຄວນແຍກສິດ ແລະ ພັນທະຂອງຊາວໜຸ່ມ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ສະເໜີວ່າ.

        “ບັນຫາບໍ່ແມ່ນຢູ່ບ່ອນວ່າ ຊາວໜຸ່ມມີສິດໃດ, ມີໜ້າທີ່ຄວາມຮັບຜິດຊອບໃດ ຫາກບັນດາຕົ້ນຕໍ ນັ້ນແມ່ນຊາວໜຸ່ມຕ້ອງການບັນດາເງື່ອນໄຂໃດເພື່ອໃຫ້ຊາວໜຸ່ມກ້າວໄປເຖິງການປະຕິບັດສິດ ແລະ ພັນທະຂອງຕົນຕໍ່ສັງຄົມໃຫ້ຖືກຕ້ອງຕາມລັດຖະທຳມະນູນ ກຳນົດ. ພິເສດ, ການສຶກສາບຳລຸງສ້າງຄຸນສົມບັດ, ມູນເຊື້ອຂອງຊາດ, ສະຕິຂອງພົນລະເມືອງໃນເງື່ອນໄຂປະຈຸບັນ.”

        ທີ່ວາລະເຮັດວຽກໃນຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການຕິດຕາມກວດກາຫົວເລື່ອງສະເພາະ “ປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການສ້າງໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃນບໍລິເວນເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍໄລຍະ 2012 - 2018”.

ຕອບກັບ

ຂ່າວ/ບົດ​ອື່ນ