ຄະນະປະຈຳສະພາແຫ່ງຊາດເມກຊິກໂກຮຽກຮ້ອງຈີນແກ້ໄຂບັນດາບັນຫາບົນທະເລຕາເວັນອອກຜ່ານການເຈລະຈາ

ຄະນະປະຈຳສະພາແຫ່ງຊາດເມກຊິກໂກຮຽກຮ້ອງຈີນແກ້ໄຂບັນດາບັນຫາບົນທະເລຕາເວັນອອກຜ່ານການເຈລະຈາ - ảnh 1
(ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​
ໃນ​ເຂດ​ໄຫຼ່​ທະວີບ​ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ)


(vovworld) –  ວັນ​ທີ 8/7, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ເມ​ກຊິກ​ໂກ​​ໃຫ້​ຮູ້​ວ່າ, ອົງການ​ນີ້​ໄດ້​ສະ​ເໜີ​​ປະທານາທິບໍດີ Enrique Pena Nieto ຮຽກຮ້ອງ​ຈີນ​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງຢູ່ທະ​ເລ​ຕາ​ເວັນ​ອອກ​ຜ່ານ​ການ​ເຈລະຈາ, ການ​ປະຕິບັດ​ກົດໝາຍ​ສາກົນ ​ແລະ ບໍ່​ນຳ​ໃຊ້​ກຳລັງ​ອາວຸດ. ຂໍ້​ສະ​ເໜີ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ທີ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ເມ​ກຊີກ​ໂກ​ພິຈາລະນາ​ຄຳ​ເຫັນ​ໄຈ້​ແຍກ​ຂອງ ສສຊ Rosa Pelaez  ​ທີ່​ຂຶ້ນ​ກັບ​ຄະນະ ສສຊ ພັກ​ປະຕິວັດ​ປະຊາທິປະ​ໄຕ (PRD) ​ເຊິ່ງ​ໄດ້​ສະຫຼຸບໂດຍ​ຫຍໍ້ການ​ຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ນັບ​ແຕ່​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ໄຫຼ່​ທະວີບ​ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ. ຕາມ ທ່ານ ສສຊ Rosa Pelaez  ​ແລ້ວ, ຫວຽດນາມ​ໄດ້​ຄັດຄ້ານ​ການ​ກະທຳ​ຜິດພາດ​ດັ່ງກ່າວ​ຫຼາຍ​ເທື່ອແລ້ວ ​ແລະ ​ເນັ້ນ​ໜັກ​ວ່າ ຈີນ​ໄດ້​ລະ​ເມີດ​ເນື້ອ​ໃນ​ຈິດ​ໃຈ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ທີ່​ລົງ​ນາມ​ເມື່ອ​ປີ 2002 ​ແລະ ຫຼັກການ 6 ຂໍ້​ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ລະຫວ່າງ​ຈີນ ​ແລະ ຫວຽດນາມ. ທ່ານ Rosa Pelaez  ກໍ່​ກ່າວ​ເຕືອນ​ວ່າ ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພວມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ແລະ ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ໃນ​ເຂດ ກໍ່​ຄື​ສົ່ງ​ຜົນ​ສະທ້ອນ​ເຖິງ​ພາກ​ພື້ນ​ອື່ນໆ​ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ