ຄະນະປະຈຳສະພາແຫ່ງຊາດແລະສູນກາງແນວໂຮມ ປະເທດຊາດຍົກສູງຄຸນນະພາບການສົມທົບຈັດຕັ້ງພົບປະກັບຜູ້ມີສິດເລືອກຕັ້ງ

ຄະນະປະຈຳສະພາແຫ່ງຊາດແລະສູນກາງແນວໂຮມ ປະເທດຊາດຍົກສູງຄຸນນະພາບການສົມທົບຈັດຕັ້ງພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາ​ດ ຫງວຽນ​ຊິງ​ຮຸ່ງ)

(vovworld) – ຕອນ​ບ່າຍ​ວັນ​ທີ 29/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ສົມ​ທົບ​ປີ 2014 ລະຫວ່າງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ເປັນ​​ເອກະ​ພາບ​ຈຸດ​ສຸມສົມທົບ​ກັນ​ໃນ​ປີ 2015.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາ​ດ ຫງວຽນ​ຊິງ​ຮຸ່ງ​ ​ເນັ້ນ​ໜັກ​ວ່າ, ປີ 2015 ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ 2011 – 2015, ພ້ອມ​ທັງ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ທຸກ​ຂັ້ນ​ຂອງ​ພັກ​ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່ທົ່ວປະ​ເທດ​ຄັ້ງ​ທີ 12. ສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ປາດ​ຖະໜາ​ວ່າ ຄະນະປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕ້ອງຕັ້ງ​ໜ້າ, ​ເປັນ​​ເຈົ້າ​ການ​ສົມທົບ​ກັນ​​ໃນ​ການ​ສົມທົບ​ກັນ​ໃນ​ວຽກ​ງານ​ສ້າງ​ກົດໝາຍ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ກົດໝາຍ​ເປັນ​ຢ່າງ​ດີ; ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດກວ່າ​ອີກ. ພ້ອມ​ກັນ​ນັ້ນ, ສົມທົບ​ກັນ​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມກວດກາ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ​ໄລຍະ 5 ປີ 2011 – 2015 ​ໃຫ້​ສຳ​ເລັດ.

ຂ່າວ/ບົດ​ອື່ນ