ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນກ່ຽວກັບການດຳເນີນທຸລະກິດຫຼິ້ນເກມມີລາງວັນ

ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນກ່ຽວກັບການດຳເນີນທຸລະກິດຫຼິ້ນເກມມີລາງວັນ - ảnh 1
ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ເປັນ​ປະທານ​ກອງ​ປະຊຸມ
(ພາບ: TTXVN)


(vovworld) -     ​ໂດຍ​ສືບ​ຕໍ່​ການ​ເຮັດ​ວຽກ​ຂອງ​ວາລະ​ປະຊຸມ​​ທີ 12, ​ຕອນ​ບ່າຍ​ວັນ​ທີ 8/10, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄ​ຳ​ເຫັນ​ກ່ຽວ​ກັບ​ການ​ປະກາດ​​ໃຊ້ມະຕິ​ຕົກລົງ ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຫຼິ້ນເກມ​ທີ່​ມີ​ລາງວັນ​ສຳ​ຫຼັບ​ຄົນ​ຕ່າງປະ​ເທດ. ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ເປັນ​ປະທານ​ກອງ​ປະຊຸມ. ຕາມ​ໃບ​ຍື່ນ​ສະ​ເໜີ​ຂອງ​ລັດຖະບານ, ຈາກ​ພຶດຕິ​ກຳຕົວ​ຈິງ​ຂອງ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຫຼິ້ນ​ເກມ​ທີ່​ມີ​ລາງວັນ ​ແລະ ​ເພື່ອ​ຍົກ​ສູງ​ຜົນ​ສັກ​ສິດ, ປະສິດ​ທິຜົນ​ການ​ຄຸ້ມ​ຄອງ​ຂອງ​ລັດ​ສຳລັບ​​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ນີ້, ລັດຖະບານ​ໄດ້​ຖື​ວ່າ ​ເລື່ອງ​ປະກາດ​​ໃຊ້ມະຕິ​ຕົກລົງກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ​ຫຼິ້ນເກມ​ທີ່​ມີ​ລາງວັນ​ແມ່ນ​ມີ​ຄວາມຈຳ​ເປັນທີ່​ສຸດ. ຮ່າງ​ມະຕິ​ຕົກລົງກ່ຽວ​ກັບການດຳ​ເນີນ​ທຸລະ​ກິດ​ຫຼິ້ນເກມ​ທີ່​ມີ​ລາງວັນ​ສຳຫຼັບ​ຄົນ​ຕ່າງປະ​ເທດລວມມີ 8 ໝວດ 51 ມາດຕາ. ​ໃນ​ນັ້ນ​ກຳນົດ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຫຼິ້ນເກມ​ທີ່​ມີ​ລາງວັນ​ແມ່ນ​ຂະ​ແໜງການ, ອາຊີບ​ດຳ​ເນີນ​ທຸລະ​ກິດ​ທີ່​ມີ​ເງື່ອນ​ໄຂ ​ແລະ ຕ້ອງ​ໄດ້​ຮັບ​ໜັງສື​ຮັບ​ຮູ້​ມີ​ເງື່ອນ​ໄຂ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ຄົບ​ຖ້ວນ. ຕາມ​ນັ້ນ​​ແລ້ວ, ມີ​ແຕ່​ບັນດາ​ຫາກ​ຖານ​ທີ່​ກະຊວງ​ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ​ຈັດ​ອັນ​ດັບ​ບັນລຸມາດຕະຖານ​ແຕ່ 5 ດາວ​ຂຶ້ນ​ໄປ, ຕອບ​ສະໜອງ​ເງື່ອນ​ໄຂ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ສາມາດ​ດ້ານ​ການ​ເງິນຈຶ່ງ​ໄດ້​ຮັບ​ການ​ພິຈາລະນາ ຮັບ​ໜັງສື​ຮັບ​ຮູ້​ມີ​ເງື່ອນ​ໄຂ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ພຽງພໍ. ບົນ​ພື້ນຖານ​ນີ້, ລັດຖະບານ​ຈະ​ຄົ້ນຄວ້າ, ປັບປຸງ​​ຮ່າງ​ມະຕິ​ຕົກລົງນີ້​ກອນ​ທີ່ຈະ​ປະກາດ​ໃຊ້.

ຂ່າວ/ບົດ​ອື່ນ