ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນຕໍ່ຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ

ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນຕໍ່ຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​)

(vovworld) - ຕອນ​ບ່າຍ​ວັນ​ທີ 1/10, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ຕໍ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (ສະບັບ​ປັບປຸງ). ບັນດາ​ຜູ້​ແທນ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ຂໍ້​ກຳນົດ​​ໃໝ່​ຂອງ​ລັດຖະທຳ​ມະນູນ​ທີ່​ກ່ຽວຂ້ອງ​ເຖິງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ເປັນ​ລະອຽດ, ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ຄົງຄ້າງ​​ໃນ​ການ​ປະຕິບັດ​ກົດໝາຍ, ສ້າງ​ພື້ນຖານ​ນິຕິ​ກຳ ​ແລະ ​ເງື່ອນ​ໄຂ​ຈຳ​ເປັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ. ໜຶ່ງ​ໃນ​ບັນດາ​ຈຸດ​ໃໝ່​ຂອງ​ລັດຖະທຳ​ມະນູນ ​ແມ່ນ​ຮັບ​ຮູ້​ບົດບາດ​ໜ້າ​ທີ່​ຂອງ​ແນວ​ໂຮມ​ປະ​ເທດ​ຊາດໃນ​ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ. ​ເມື່ອ​ທຽບ​ໃສ່​ກົດໝາຍ​ວ່າ​ດ້ວຍ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ທີ່​ພວມ​ປະກາດ​ໃຊ້, ຮ່າງ​ກົດ​ໝາຍ​ໄດ້​ຮັບ​ການ​ເປີດ​ກວ້າງ​ກວ່າ​ກ່ຽວ​ກັບ​ຂອບ​ເຂດ ​ແລະ ​ເປົ້າ​ໝາຍ​ຕິດຕາມ​ກວດກາ. ກ່ຽວ​ກັບ​ບັນຫາ​ນີ້. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ຍົກ​ຄຳ​ເຫັນ​ວ່າ:

        “ກ່ຽວ​ກັບ​ຮູບ​ການ​ຕິດຕາມ​ກວດກາ, ຂ້າພະ​ເຈົ້າ​ສະ​ເໜີ​ຕ້ອງ​ຄິດ​ໄລ່​ຢ່າງ​ລະອຽດ. ຖ້າ​ຫາກ​ພວກ​ເຮົາ​ກຳນົດ​ຮູບ​ການຈັດ​ຕັ້ງ​ຄະນະ​ຕິດຕາມ​ກວດກາ ​ມັນຈະ​ຫັນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ເປັນວຽກ​ງານ​ບໍລິຫານຂອງ​ລັດ. ວຽກ​ງານ​ຕິດຕາມ​ກວດກາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຕ້ອງ​ຕ່າງກັບ​ຂອງຄະນະ​ຕິດຕາມ​ກວດກາ​ສະພາ​ແຫ່ງ​ຊາດ ຫຼື​ສະພາ​ປະຊາຊົນ, ນັ້ນ​ແມ່ນ​ການ​ຕິດຕາມ​ກວດກາ​ຜ່ານ​ປະຊາຊົນ, ຜ່ານ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ດ້ວຍ​ຫຼາຍ​ຮູບ​ການ, ​ແລະ ກ້າວ​ເຂົ້າ​ສູ່​ຊີວິດ​ຂອງ​ປະຊາຊົນ

ຂ່າວ/ບົດ​ອື່ນ