ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມສະໄໝສາມັນຄັ້ງທີ2

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມສະໄໝສາມັນຄັ້ງທີ2 - ảnh 1
ທ່ານນາງປະທານສະພາແຫ່ງຊາດ
ຫງວຽນທິກີມເງິນ

(vovworld) – ​ ​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງ​ວາລະ​ປະຊຸມ​ທີ 3, ຕອນ​ເຊົ້າ​ວັນ​ທີ 15/09, ຄະ​ນະປະຈຳ​ສະພາ​ແຫ່ງ​ຊາດ ​​ໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ຮ່າງມະຕິ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ມາດຕາ​ຂອງ​ມະຕິ​ເລກທີ 55/2010/ສພ12 ກ່ຽວ​ກັບ​ເລື່ອງ​ຍົກ​ເວັ້ນ, ຫລຸດຜ່ອນ​ພາສີ​ນຳ​ໃຊ້​ທີ່​ດິນ​ກະສິກຳ. ຕາມ​ຄາດ​ຄະ​ເນ​ແລ້ວ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/10 ​ແລະ ຄາດ​ວ່າ​ຈະ​ອັດ​ລົງ​ໃນ​ວັນ​ທີ 22/11. ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 4 ສະບັບ, ຮ່າງ​ມະຕິ 1 ສະບັບ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ອື່ນໆອີກ 14 ສະບັບ; ພິຈາລະນາ​ບັນດາ​ບົດ​ລາຍ​ງານ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2016; ຕັດສິນ​ແຜນການ​ພັດທະນາ​ໃຫ້​ປີ 2017. ສະພາ​ແຫ່ງຊາດ​ກໍ່​ສະຫງວນ​ເວລາ​ ​ເພື່ອ​ພິຈາລະນາ​ຕັດສິນ​ແຜນການ​ການ​ເງິນ​ໄລຍະ 5 ປີ, ​ແຜນການ​ລົງທຶນ​ສາທາລະນະ​ໄລຍະ​ກາງ​ປີ 2016 – 2020; ​ເປົ້າໝາຍ, ການກຳນົດ​ທິດ​ລະດົມ, ນຳ​ໃຊ້​ທຶນ​ກູ້​ຢືມ ​ແລະ ຄຸ້ມ​ຄອງ​ໜີີ້ສາທາລະນະ​ໄລຍະ 2016 – 2020, ​ໃນ​ນັ້ນ​ມີ​ການ​ຕີ​ລາຄາຢ່າງ​ຮອບດ້ານ ບັນດາ​ວຽກງານ​ລະດົມ, ນຳ​ໃຊ້​ທຶນ​ກູ້​ຢືມ ​ແລະ ຄຸ້ມ​ຄອງ​ໜີ້​ສາທາລະນະ​ໄລຍະ 2011 – 2015…

ຂ່າວ/ບົດ​ອື່ນ