ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບບັນດາຮ່າງກົດໝາຍ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບບັນດາຮ່າງກົດໝາຍ - ảnh 1
ວາລະປະຊຸມເຮັດວຽກຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: Văn Nghiệp Chúc)

(vovworld) - ຕອນ​ເຊົ້າ​ວັນທີ 9/4,​ ຢູ່ ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 37 ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍອຳ​ນາດ​ການປົກຄອງ​ທ້ອງ​ຖິ່ນ. ປະກອບ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສ່ວນຫຼາຍ​ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ເນື້ອ​ໃນ​ຂອງ​ຮ່າງບົດ​ລາຍງານອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍລັດຖະບານ (ສະບັບ​ປັບປຸງ). ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຄຳ​ເຫັນ​ສະ​ເໜີ​ຂໍ້​ກຳນົດ​​ກ່ຽວ​ກັບ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ລັດຖະບານຢ່າງ ຈະ​ແຈ້ງກ່ວາ; ກວດກາ​ຄືນ​ຂໍ້​ກຳນົດ​ກ່ຽວ​ກັບ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ລັດຖະບານ​ໃນ​ບັນດາ​ຂົງ​ເຂດ​ລະອຽດ ​ເພື່ອ​ຮັບປະກັນ​ລັກສະ​ນະ​ສັງ​ລວມ, ຄົບ​ຖ້ວນ, ​ແຕ່​ບໍ່​ໄດ້​ກ່າຍກອງກັນ. ​ແລະກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອຳ​ນາດ​ການປົກຄອງ​ທ້ອງ​ຖິ່ນ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ໃຫ້​ຄຳ​ເຫັນ​ໃສ່​ແຜນ​ຮ່າງ​ສ້າງ​ຕັ້ງ​ນະຄອນ ຕາມ​ດຽບ, ​ແຂວງ ນີງບີ່​ງ ​ແລະ ​ເທດສະບານ ກີ່​ແອ​ງ, ​ແຂວງ ຮ່າ​ຕິ້ງ.

ຂ່າວ/ບົດ​ອື່ນ