ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບສະຫລຸບຂາດຕົວການປະຕິບັດງົບປະມານປີ2012

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບສະຫລຸບຂາດຕົວການປະຕິບັດງົບປະມານປີ2012 - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 27, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ


(vovworld)- ​ ຕອນ​ເຊົ້າ​ວັນ​ທີ 17/4, ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 27, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ສະຫລຸບຂາດ​ຕົວ​ການ​ປະຕິບັດ​ງົບປະມານ​ປີ 2012 ​ແລະ ການ​ປະກາດ​ໃຊ້​ດຳລັດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ casino.

ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ແລ້ວ, ການ​ສະຫລຸບ​ຂາດ​ຕົວ​ການ​ປະຕິບັດລາຍ​ຮັບ-​ລາຍ​ຈ່າຍ​ດຸນ​ດຽງງົບປະມານ​ແຫ່ງ​ລັດ​ປີ 2012 ລ້ວນ​ແຕ່​ເພີ່​ມຂຶ້ນ​ເມື່ອ​ທຽບ​ໃສ່​ແຜນ​ງົບປະມານ  ​ແລະ ບົດລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ທີ່​ສະ​ໄຫມ​ປະຊຸມ​ເທື່ອ​ທີ 5. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບົດ​ລາຍ​ງານ​ກວດກາ​ຂອງ​ກຳມາ​ທິການ​ການ​ເງິນ​ງົບປະມານ ຊີ້​ແຈງ​ວ່າ: ຄຽງ​ຄູ່​ກັບ​ບັນດາ​ຜົນງານທີ່​ບັນລຸ​ໄດ້, ວຽກ​ງານ​ເກັບ​ລາຍ​ຮັບ​ງົບປະມານ​ປີ 2012 ບໍ່​ບັນລຸ​​ໄດ້​ຕາມ​ແຜນ​ງົບປະມານ​ຊື່​ງສະພາ​ແຫ່ງ​ຊາດ​ວາງ​ອອກ. ວຽກ​ງານ​ຄຸ້ມ​ຄອງ​ລາຍ​ຈ່າຍ​ງົບປະມານ​ແຫ່​ງລັດ​ປີ 2012 ຍັງ​​ຟຸມ​ເຟືອຍ, ບໍ່​ຖືກ​ກັບ​ການ​ກຳນົດ, ບໍ່​ຖືກ​ກັບ​ຈຸດປະສົງ.

ທີ່​ວາລະປະຊຸມ, ທ່ານ ດີງຕຽນ​ຢູງ, ລັດຖະມົນຕີ​ກະຊວງ​ການ​ເງິນ ​​ໄດ້​ເຫັນ​ດີ​ຕໍ່​ບັນດາ​ຄຳ​ສະ​ເຫ​ນີຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ​ໃຫ້​ຮູ້​ວ່າ: ຈະ​ເພີ່ມ​ເຕີມ, ສ້າງ​ບົດ​ລາຍ​ງານ​​ໃຫ້​ລະອຽດ ​ແລະ ສົມບູນ​ແບບກວ່າ.

ຂ່າວ/ບົດ​ອື່ນ