ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ການ​ດັດປັບ​​ລະ​ດັບ​ຫລຸດ​ຜ່ອນ​ອາ​ກອນ​ລາຍ​ຮັບ​ສ່ວນ​ຕົວ

(VOVWORLD) -ໂດຍສືບຕໍ່ວາລະປະຊຸມຄັ້ງທີ 45, ຕອນເຊົ້າວັນທີ 16 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນເຂົ້າໃນຫຼາຍເນື້ອໃນທີ່ສຳຄັນ.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ການ​ດັດປັບ​​ລະ​ດັບ​ຫລຸດ​ຜ່ອນ​ອາ​ກອນ​ລາຍ​ຮັບ​ສ່ວນ​ຕົວ - ảnh 1  (ພາບ:quochoi.vn)

     ໃນນັ້ນ, ໜ້າເອົາໃຈໃສ່ແມ່ນ ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນ ກ່ຽວກັບຮ່າງມະຕິວ່າດ້ວຍການດັດປັບລະດັບຫລຸດຜ່ອນຂອງອາກອນລາຍຮັບສ່ວນຕົວ. ຄາດວ່າ ນັບແຕ່ປີ 2020 ເປັນຕົ້ນໄປ, ຜູ້ອອກແຮງງານມີລາຍຮັບແຕ່ 11 ລ້ານດົ່ງຂຶ້ນໄປ ຈຶ່ງຈະຕ້ອງເສຍອາກອນລາຍຮັບສ່ວນຕົວ.

   ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍການທົດລອງຈັດຮູບແບບອຳນາດການປົກຄອງຕົວເມືອງ ແລະ ບາງນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ດ່ານັງ; ໃຫ້ຄຳເຫັນໃສ່ບົດລາຍງານການເງິນປີ 2018; ຮັບຟັງລັດຖະບານລາຍງານກ່ຽວກັບການປະຕິບັດ, ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບການປ່ຽນແປງໃໝ່ລາຍການຫຼັກສູດການຮຽນ, ປື້ມຕຳລາຮຽນ ແລະ ຫຼາຍເນື້ອໃນສຳຄັນອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ