ຄະນະປະຕິບັດງານກະຊວງການຕ່າງປະເທດ ສປປ.ເກົາຫຼີ ເລີ່ມຕົ້ນການຢ້ຽມຢາມ ລັດເຊຍ

(VOVWORLD) - ຄະນະປະຕິບັດງານກະຊວງການຕ່າງປະເທດ ສປປ.ເກົາຫຼີໄດ້ເດີນທາງໄປຢ້ຽມຢາມ ລັດເຊຍ ແຕ່ວັນທີ 22 ມິຖຸນາ ເພື່ອເຈລະຈາກັບວົງການເຈົ້າໜ້າທີ່ຂອງປະເທດເຈົ້າພາບ ລັດເຊຍ ພາຍຫຼັງກອງປະຊຸມພົບປະຄັ້ງສຸດຍອດ ລະຫວ່າງ ສປປ.ເກົາຫຼີ - ລັດເຊຍ ເມື່ອທ້າຍເດືອນ ເມສາຜ່ານມາ.

ຄະນະປະຕິບັດງານກະຊວງການຕ່າງປະເທດ ສປປ.ເກົາຫຼີ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Im Chon –il ນໍາໜ້າ ໄດ້ເດີນທາງໄປຢ້ຽມຢາມ ລັດເຊຍ ແຕ່ວັນທີ 22 ມິຖຸນາ ເພື່ອເຈລະຈາກັບວົງການເຈົ້າໜ້າທີ່ຂອງປະເທດເຈົ້າພາບ ລັດເຊຍ ພາຍຫຼັງກອງປະຊຸມພົບປະຄັ້ງສຸດຍອດ ລະຫວ່າງ ສປປ.ເກົາຫຼີ - ລັດເຊຍ ເມື່ອທ້າຍເດືອນ ເມສາຜ່ານມາ.

        ຄະນະປະຕິບັດງານ ສປປ.ເກົາຫຼີ ຈະເຂົ້າຮ່ວມການເຈລະຈາຂັ້ນຮອງລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ສປປ.ເກົາຫຼີ ແລະ ລັດເຊຍ  ທີ່ຈະຈັດຕັ້ງຢູ່ ມົດສະກູ. ຕາມສໍານັກຂ່າວສານ KCNA ແລ້ວ, ສອງຝ່າຍອາດຈະປຶກສາຫາລືກ່ຽວກັບບັນດາບາດກ້າວເດີນຕໍ່ໄປ ພາຍຫຼັງການພົບປະຄັ້ງສຸດຍອດລະຫວ່າງການນໍາ Kim Jong – un ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ Vladivostok. ການຢ້ຽມຢາມ ລັດເຊຍ ຂອງຄະນະປະຕິບັດງານ ສປປ.ເກົາຫຼີ ຄັ້ງນີ້ ກໍຖືກດໍາເນີນພາຍຫຼັງ ທ່ານ Kim Jong – un ແລະ ທ່ານປະທານປະເທດຈີນ ສີຈີ້ນຜິງ ຈັດຕັ້ງການພົບປະຕ່າງຫາກ ຢູ່ນະຄອນຫຼວງ ພຽງຢາງ ເມື່ອວັນທີ 20 ມິຖຸນາ.


ຕອບກັບ

ຂ່າວ/ບົດ​ອື່ນ