ຄະນະປະຕິບັດງານກະຊວງປ້ອງກັນປະເທດລົງເຮັດວຽກຢູ່ເມືອງເກາະກົນດາວ


ຄະນະປະຕິບັດງານກະຊວງປ້ອງກັນປະເທດລົງເຮັດວຽກຢູ່ເມືອງເກາະກົນດາວ - ảnh 1
ທ່ານ​ພົນ​ໂທ ຫງວຽນ​ແທ່ງ​ກຸງ ໄຕ້​ທູບ​ທຽນ​ອາ​ໄລ​ຫາ ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 2/8,  ຄະ​ນະ​ປະ​ຕິ​ບັດ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ແທ່ງ​ກຸງ ເປັນ​ຫົວ​ໜ້າ​ຄະ​ນະ ​ໄດ້ລົງຢ້ຽມ​ຢາມ ແລະ ກວດ​ກາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ວຽກ​ງານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ​ຢູ່​ເມືອງ​ເກາະກົນ​ດາວ. ທ່ານ​ພົນ​ໂທ ຫງວຽນ​ແທ່ງ​ກຸງ ໄດ້​ສະ​ເໜີ​ເມືອງ​ເກາະ​ກົນ​ດາວ ຈົ່ງ​ຍູ້​ແຮງ​ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ​ທະ​ເລ, ສືບ​ຕໍ່​ປົກ​ປັກ​ຮັກ​ສາ​ປ່າ​ໃນ​ເກາະ. ກ່ອນ​ໜ້ານັ້ນ ໃນ​ຕອນ​ຄ່ຳ​ວັນ​ທີ 1/8, ຢູ່ ເມືອງ​ເກາະກົນ​ດາວ ໄດ້​ດຳ​ເນີນ ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ກອງ​ທັບ, ນັກ​ຮົບ​ຕຳຫຼວດ​ທະ​ເລ​ເຂດ 2 ພ້ອມກັບ​ກອງ​ທັບ ແລະ ປະ​ຊາ​ຊົນ​ເມືອງ​ກົນ​ດາວ. ທ່ານ​ຮ້ອຍ​ໂທ ຫງວຽນ​ແອງ​ກ໋ວກ ສັງກັດ​ກອງ​ບັນ​ຊາ​ການ​ທະ​ຫານ​ເມືອງ ກົນ​ດາວ, ແຂວງ ບາ​ເຣັ້ຍ​ວຸ້ງ​ເຕົາ ໃຫ້​ຮູ້​ວ່າ : 

   “ ຜ່ານ​ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ກອງ​ທັບ ກັບ​ກອງ​ທັບ ແລະ ປະ​ຊາ​ຊົນ​ເມືອງ​ກົນ​ດາວ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ຢ່າງ​ຍິ່ງ. ຜ່ານ​ບັນ​ດາ​ບົດ​ເພງ​ປະ​ຕິ​ວັດ​ທີ່​ຍ້ອງ​ຍໍ​ສັນ​ລະ​ເສີນ​ນັກ​ຮົບ. ພິ​ເສດ​ແມ່ນ​ບັນ​ດາ​ນັກ​ຮົບ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ເຂດ​ທະ​ເລ​ໝູ່​ເກາະ, ພວກ​ຂ້າ​ພະ​ເຈົ້າຮູ້​ສຶກ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຕື້ນ​ຕັນ​ໃຈ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ໄດ້​ເພີ່ມ​ກຳ​ລັງ​ແຮງ​ເພື່ອ​ຈັບ​ປືນ​ຢ່າງ​ໜັກ​ແໜ້ນ ປົກ​ປັກ​ຮັ​ກ​ສາ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ ”

ຂ່າວ/ບົດ​ອື່ນ