ຄະນະປະຕິບັດງານຂອງຄະນະເລຂາລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ານາມ

ຄະນະປະຕິບັດງານຂອງຄະນະເລຂາລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ານາມ - ảnh 1
ຄະນະປະຕິບັດງານຂອງຄະນະເລຂາລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ານາມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 17 – 18/4, ຄະ​ນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ ​ໂດຍ​ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​​ເປັນ​ຫົວໜ້າ​ຄະນະ​ໄດ້​ໄປ​ກວດກາ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ເສດ​ສຖະກິດ - ສັງຄົມ​ປີ 2011, ​ໄຕ​ມາດ​ 1 ປີ 2012, ວຽກ​ງານ​ກໍ່ສ້າງ​ພັກ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ໃນ​ບໍລິ​ເວນ​ແຂວງ​ຮ່າ​ນາມ. ທີ່​ການ​ເຮັດ​ວຽກ​ໃນ​ຕອນ​ບ່າຍ​ວັນ​ທີ 18/4, ທ່ານ Le Hong Anh ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂ​ວງ ຮ່າ​ນາມ ຄວນ​ສືບ​ຕໍ່​ຫັນ​ເປັນ​ລະອຽດ, ຈັດ​ຕັ້ງ​ການ​ປະຕິ​ບັດ​ມະຕິ​ກອງ​ປະຊຸ​ມ​ໃຫຍ່ທົ່ວ​ປະ​ເທດ​ຄັ້ງ​ທີ 11 ພັກ​ກອມ​ມູນິດ​ຫວຽດນາມ, ຜັນ​ຂະຫຍາຍ, ປະຕິບັດ​​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 (ຊຸດ​ທີ 11) ຢ່າງ​ມີ​ປະສິ​ດທິຜົນ, ຕິດ​ພັນ​ກັບ​ການ​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມ​ບັດ​ປະທານ​ໂຮ່ຈີ​ມິນ, ປ່ຽນ​ໃໝ່​ວິທີ​ການ​ນຳພາ, ບໍລິຫານ​ຂອງ​ອຳນາດ​ການ​ປົກຄອງ, ​ເສີມ​ຂະຫຍາຍ​ບົດບາດ​ຮັບຜິດຊອບຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ ​ເພື່ອ​ເຮັດ​ໃຫ້​ກົງຈັກ​ການ​ນຳພາ​ຈາກ​​ແຂວງ​ຕະຫຼອດ​ຮອດ​ຮາກ​ຖານ​ປອດ​​ໃສ, ​ເຂັ້​ມ​ແຂງ, ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິ​ດທິຜົນ. ທ່ານ Le Hong Anh, ຮຽກຮ້ອງ​ໃຫ້​ແຂວງ ຮ່ານາມ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ພັດທະນາ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ ຕິດ​ພັນ​ກັບ​ການ​ຍົກ​ສູງ​ປະສິດທິພາບ, ຄຸນ​ນະ​ພາບ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ປຸກລະ​ດົມ ​ແລະ ນຳ​ໃຊ້​ບັນດາ​​ແຫຼ່ງ​ເງິນ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ວ່ອງໄວ ​ແລະ ໝັ້ນ​ຄົງຢ່າງ​ມີ​ປະສິດທິ​ຜົນ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ​ແຂວງ​ຄວນ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ສະກັດ​ກັ້ນ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ ​ແລະ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ຍູ້​ແຮງ​ຂະ​ບວນການ​ທ່ົວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບປອດ​ໄພ​ຂອງປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ