ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ເຮັດ​ວຽກ​ກັບ​ບັນ​ດາ​ແຂວງ ຈ່າ​ວິງ, ບາກ​ລຽວ, ຊ​ອັກ​ຈັງ

(VOVWORLD) - ໃນໄລຍະຈະມາເຖິງ, 3 ແຂວງ ຕ້ອງຕິດຕາມເປົ້າໝາຍ, ໜ້າທີ່, ມາດຕະການທີ່ໄດ້ວາງອອກຢ່າງໃກ້ຊິດ, ຍູ້ແຮງການຜະລິດດຳເນີນທຸລະກິດ, ລົງທຶນພື້ນຖານໂຄງລ່າງ, ຍູ້ໄວຄວາມຄືບໜ້າປະຕິບັດ ແລະ ປ່ອຍງົບປະມານລົງທຶນສາທາລະນະ, ຊຸກຍູ້ການສົ່ງອອກ, ນຳເຂົ້າ.
ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ເຮັດ​ວຽກ​ກັບ​ບັນ​ດາ​ແຂວງ ຈ່າ​ວິງ, ບາກ​ລຽວ, ຊ​ອັກ​ຈັງ - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 24 ກຸມພາ, ຢູ່ແຂວງ ຈ່າວິງ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ, ຫົວໜ້າຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບ 3 ແຂວງ ຈ່າວິງ, ບາກລຽວ ແລະ ຊອັກຈັງ ກ່ຽວກັບສະພາບການຜະລິດດຳເນີນທຸລະກິດ, ການລົງທຶນສາທາລະນະ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການນຳເຂົ້າສົ່ງອອກໃນບໍລິເວນແຂວງ.

ທ່ານລັດຖະມົນຕີ ຫງວຽນກິມເຊີນ ເນັ້ນໜັກວ່າ ລັດຖະບານ ກຳນົດປີ 2024 ແມ່ນປີເພີ່ມລະດັບຄວາມໄວ, ບຸກທະລຸ, ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025. ໃນໄລຍະຈະມາເຖິງ, 3 ແຂວງ ຕ້ອງຕິດຕາມເປົ້າໝາຍ, ໜ້າທີ່, ມາດຕະການທີ່ໄດ້ວາງອອກຢ່າງໃກ້ຊິດ, ຍູ້ແຮງການຜະລິດດຳເນີນທຸລະກິດ, ລົງທຶນພື້ນຖານໂຄງລ່າງ, ຍູ້ໄວຄວາມຄືບໜ້າປະຕິບັດ ແລະ ປ່ອຍງົບປະມານລົງທຶນສາທາລະນະ, ຊຸກຍູ້ການສົ່ງອອກ, ນຳເຂົ້າ.

ທ່ານຫົວໜ້າຄະນະປະຕິບັດງານກໍສະເໜີໃຫ້ບັນດາທ້ອງຖິ່ນ ພິຈາລະນາການປ່ອຍງົບປະມານລົງທຶນສາທາລະນະ ແມ່ນໜ້າທີ່ການເມືອງຈຸດສຸດເພື່ອສ້າງກຳລັງໜູນ “ເພີ່ມລະດັບຄວາມໄວ” ແກ່ການຟື້ນຟູ ແລະ ພັດທະນາເສດຖະກີດ - ສັງຄົມຕິດພັນກັບການຮັບປະກັນຄຸນນະພາບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຢ່າງຂ້ຽວຂາດ ເພື່ອຊຸກຍູ້ການພັດທະນາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃນທຸກຂົງເຂດຢ່າງແຮງ; ປະຕິບັດການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນຂໍ້ກຳນົດກ່ຽວກັບການດຳເນີນທຸລະກິດຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ