ຄະນະປະຕິບັດງານຂອງສະພາແຫ່ງຊາດລົງເຮັດວຽກຢູ່ແຂວງນີງບິ່ງ

ຄະນະປະຕິບັດງານຂອງສະພາແຫ່ງຊາດລົງເຮັດວຽກຢູ່ແຂວງນີງບິ່ງ - ảnh 1
ຄະນະປະຕິບັດງານເຮັດວຽກຢູ່ແຂວງ ນິງບີ່ງ
(ພາບ: báo Ninh Bình)


(vovworld) – ວັນ​ທີ 5/3, ຄະນະ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ ​ໂດຍ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ, ​ຫງວຽນ​ທິກິມ​ເງິນ ນຳ​ໜ້າ, ພ້ອມ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ​ຍິງ, ຫົວໜ້າ​ອົງການ​ທູຕານຸທູດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ປະຈຳ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ນິງບິ່ງ. ກ່າວ​ຄຳ​ເຫັນ​ທີ່​ການ​​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຕາງໜ້າ​ໃຫ້ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ຫວຽດນາມ ອວຍພອນ​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ອົງ​ການ​​ທູຕານຸທູດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ 8/3. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ປາດ​ຖະໜາ​ວ່າແມ່ຍິງ ຫວຽດນາມ ເສີມ​ຂະຫຍາຍ​ມູນ​ເຊື້ອ “​ເຮັດ​ວຽກບ້ານ​ກໍ່​ເຮືອງ, ​ເຮັດ​ວຽກ​ເມືອງ​ກໍ່ດີ”, ​ສືບ​ຕໍ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍ, ບື່ນຕົວ​ຂຶ້ນປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ສັງຄົມ.

    ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ ພ້ອມ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ​ ຫົວໜ້າ​ອົງການ​ທູຕານຸທູດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຍິງ ປະຈຳ ຫວຽດນາມ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ ຢູ່​ເຂດ​ທ່ອງ​ທ່ຽວ​ວັດທະນະທຳ ວັດ ບ໋າ​ຍດີ໋ງ ພາວະນາ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ​ສຸກ.

ຂ່າວ/ບົດ​ອື່ນ