ຄະນະປະຕິບັດງານຄະນະກຳມະການເອີລົບ ເຮັດວຽກກັບ ຫວຽດນາມ ກ່ຽວກັບການຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳ

(VOVWORLD) - ຄະນະປະຕິບັດງານຈະກວດກາໂດຍບັງເອີນການປະຕິບັດແກ້ໄຂ “ບັດເຫຼືອງ” ຢູ່ບາງທ້ອງຖິ່ນແຄມທະເລ
ຄະນະປະຕິບັດງານຄະນະກຳມະການເອີລົບ ເຮັດວຽກກັບ ຫວຽດນາມ ກ່ຽວກັບການຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳ - ảnh 1 ພາບປະກອບ

ໃນລະຫວ່າງວັນທີ 15 – 25 ພຶດສະພາ, ຄະນະນັກເຕັກນິກຂອງຄະນະກຳມະການເອີລົບ (EC) ໄດ້ໄປກວດກາສະພາບການຕົວຈິງໃນການແກ້ໄຂ “ບັດເຫຼືອງ” ສິນໃນນ້ຳຢູ່ ຫວຽດນາມ. ຕາມນັ້ນແລ້ວ, ຄະນະປະຕິບັດງານຈະກວດກາໂດຍບັງເອີນການປະຕິບັດແກ້ໄຂ “ບັດເຫຼືອງ” ຢູ່ບາງທ້ອງຖິ່ນແຄມທະເລ, ຜ່ານນັ້ນ ຕີລາຄາຢ່າງພາວະວິໄສກ່ຽວກັບບົດລາຍງານຂອງ ຫວຽດນາມ.

        ກ່ຽວກັບບັນຫານີ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫວູວັນຕ໋າມ, ໃຫ້ຮູ້ວ່າ:

        “ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາທ້ອງຖິ່ນໄດ້ກຽມພ້ອມບັນດາເນື້ອໃນຕາມຄຳຮຽກຮ້ອງຕ້ອງການຂອງຄະນະກວດກາຕົວຈິງຂອງຄະນະກຳມະການເອີລົບ. ພວກເຮົາຈະສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາວຽກງານທີ່ພວກເຮົາປະຕິບັດໄດ້, ບັນດາວຽກງານຍັງບໍ່ທັນປະຕິບັດໄດ້ ແລະ ປາດຖະໜາວ່າຈະໄດ້ຮັບການປະກອບຄຳເຫັນຂອງ EC  ກ່ຽວກັບບັນດາບັນຫາຍັງຄົງຄ້າງ. ຊ້ຳບໍ່ໜຳ, ສະເໜີການຮ່ວມມື, ເພື່ອໃຫ້ຄະນະກຳມະການເອີລົບ ຊ່ວຍ ຫວຽດນາມ ກ່ຽວກັບດ້ານກຳລັງຄວາມສາມາດ, ເຕັກນິກບັນດາບັນຫາອື່ນໆເຊິ່ງ ຫວຽດນາມ ຍັງຈຳກັດໄວ້…”

ຕອບກັບ

ຂ່າວ/ບົດ​ອື່ນ