ຄະນະປະຕິບັດງານອາເມລິກາ ຢ້ຽມຢາມເມືອງເກາະ ຟຸ໋ກວ໋ກ

ຄະນະປະຕິບັດງານອາເມລິກາ ຢ້ຽມຢາມເມືອງເກາະ ຟຸ໋ກວ໋ກ - ảnh 1
ຄະນະ​ປະຕິບັດ​ງານ​ບໍລິການ​ການ​ຄ້າ
ລັດຖະບານອາ​ເມ​ລິ​ກາ ​​ໄປ​ຢ້ຽມຢາມ​ເມືອງ​ເກາະ ຟຸ໋ກວ໋ກ
(ພາບ: vtvcantho.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 29/01, ຄະນະ​ປະຕິບັດ​ງານ​ບໍລິການ​ການ​ຄ້າລັດຖະບານອາ​ເມ​ລິ​ກາ ​ໄດ້​ໄປ​ຢ້ຽມຢາມ​ເມືອງ​ເກາະ ຟຸ໋ກວ໋ກ, ​ແຂວງ​ກຽນ​ຢາງ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຄຸ້ມ​ຄອງ​ການ​ລົງທຶນ​ພັດທະນາ​ເກາະ. ນີ້​ກໍ​ແມ່ນ​ສະຖານ​ທີ່​ຢ້ຽມຢາມ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ເຊື່ອມ​ໂຍງ. ຈຸດໝາຍຂອງການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ປະຕິບັດ​ງານ​ຢູ່​ເມືອງ​ເກາະ​ຟຸ໋ກວ໋ກ ຄັ້ງ​ນີ້ ກໍ​ເພື່ອ​ແນ​ໃສ່​ຊອກ​ຮູ້ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຄວາມ​ສາມາດ​ບົມຊ້ອນ, ​ແຜນການ​ລົງທຶນ​ພັດທະນາ​ເກາະ​ຟຸ໋ກວ໋ກ ຕາມ​ທິດ​ທາງ​ຂອງ​ລັດຖະບານ​ຫວຽດນາມ. ບົນ​ພື້ນຖານ​ນັ້ນ​ກຳນົດ​ທິດ​ໃຫ້​ບັນດາ​ນັກ​ລົງທຶນ​ອາ​ເມ​ລິ​ກາ ພ້ອມ​ກັນ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່​ເມືອງ​ເກາະ ຟຸ໋ກວ໋ກ, ໜູນ​ຊ່ວຍ​​ແຫຼ່ງ​ເງິນ, ​ໃຫ້​ຄຳປຶກສາ​ດ້ານ​ເຕັກນິກ ​ແລະ ລົງທຶນດ້ານ​ເຕັກ​ໂນ​ໂລ​ຊີ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ ​ແລະ ພັດທະນາ​ການທ່ອງທ່ຽວ​ໃຫ້​ແກ່​ເມືອງ​ເກາະ​ຟຸ໋ກວ໋ກ ຕາມການ​ກຳນົດ​ທິດ​ຂອງ​ລັດຖະບານ​ຫວຽດນາມ.

ຂ່າວ/ບົດ​ອື່ນ