ຄະນະປະທານສະພາແຫ່ງຊາດສະຫະພັນມຽນມາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ຄະນະປະທານສະພາແຫ່ງຊາດສະຫະພັນມຽນມາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
ທ່ານປະທານສະພາແຫ່ງຊາດ Thura U Shwe Mann ແລະ ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ  ​ເລ​ແທງ​ຫາຍ

(vovworld) - ວັນ​ທີ 9/9, ຄະນະ​ປະທານ​ສະພາ​ແຫ່ງ​ຊາດ​ສະຫະພັນ ມຽນມາ ​ໄດ້​​ເດີນທາງອອກ​ຈາກ​ສະໜາມ​ບິນ ​ເຕີ​ນ​ເຊີນ​ເຍີ​ດ, ນະຄອນ ​ໂຮ່ຈີ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມສັນຖະວະ​ໄມຕີ ຫວຽດນາມ ​ເປັນ​ທາງ​ການ​ຢ່າງ​ຈົບງາມ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ຄຳ່​ວັນ​ທີ 8/9, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ  ​ເລ​ແທງ​ຫາຍ ​ໄດ້​​ຕ້ອນຮັບ​ຄະນະ​ປະທານ​ສະພາ​ແຫ່ງ​ຊາດ​ສະຫະພັນ ມຽນມາ ​ໂດຍ​ທ່ານ Thura U Shwe Mann, ປະທານ​ສະພາ​ຕຳ່ ທັງ​​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ມຽນມາ ນຳ​ໜ້າ. ທີ່​ການ​ຕ້ອນຮັບ, ທ່າ​ນ​ເລຂາ​ຄະນະ​ພັກ​ນະຄອນ ​ເລ​ແທງ​ຫາຍ ສະ​ແດງ​ຄວາ​ມຫວັງ​ວ່າ: ປະທານ​ສະພາ​ແຫ່ງ​ຊາດ ມຽນມາ ​ເອົາ​ໃຈ​ໃສ່​ສ້າງ​​ເງື່ອນ​ໄຂ​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ກໍ່ຄື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ຄູ່​ຮ່ວມ​ມືຂອງ ມຽນມາ. ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Thura U Shwe Mann ກໍ່​ຢັ້ງຢືນຢາກ​ຮັດ​ແໜ້ນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ ມຽນມາ ກັບ​ນະຄອນ​ໂຮ່ຈີ​ມິນ ​ໃນ​ຫຼາຍ​ຂົງ​ເຂດ​ກ່ວາ​ອີກ. ທ່ານ​ກ່າວ​ວ່າ:

    “ນະຄອນ ​ໂຮ່ຈີ​ມິນ ພວມ​ສູ້​ຊົນ​ເພື່ອ​ສາມາດ​ແກ້ງ​ແຍ້​ງ​ໃນ​ຕະຫຼາດ​ໂລກ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ມີ​ກຳລັງ​ຄວາມ​ສາມາດ​​ຢ່າງ​ພຽງພໍເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ, ກໍ່​ຄື​ໃນ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​​ແຫຼ່ງຊັບພະຍາກອນ​ມະນຸດມີ​ຄຸນ​ນະພາ​ບສູງ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຢາກຢາກຮຳ່ຮຽນ​​​ເອົາບົດຮຽນ​ຂອງ​ນະຄອນ​ ​ໂຮ່ຈີ​ມິນ ໃນ​ຄວາມ​ມານະ​ພະຍາຍາມ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ, ທ່າ​ກ​ຳ່ປັນ ​ແລະ ສະໜາມ​ບິນ”


ຂ່າວ/ບົດ​ອື່ນ