ຄະ​ນະຜູ້​ຕາງ​ໜ້າ ສ​ປ​ຊ ຕີ​ລາ​ຄາ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່ Nagorny – Karabakh

(VOVWORLD) - ອຳນາດການປົກຄອງ ອາເຊັກໄບຢານ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດ Nagorny – Karabakh ສືບຕໍ່ດຳລົງຊີວິດຢູ່ທີ່ນີ້, ແຕ່ປະຊາຊົນເກືອບທັງໝົດຢູ່ທີ່ນີ້ 120.000 ຄົນ ໄດ້ຍົກຍ້າຍໄປຍັງ ອາກເມເນຍ, ເຮັດໃຫ້ກໍ່ຄວາມສ່ຽງເກິດວິກິດການໃນບັນຫາຊາວອົບພະຍົບ.
ຄະ​ນະຜູ້​ຕາງ​ໜ້າ ສ​ປ​ຊ ຕີ​ລາ​ຄາ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່ Nagorny – Karabakh - ảnh 1ປະຊາຊົນ ກຳລັງລໍຖ້າເພື່ອຍົກຍ້າຍອອກຈາກນະຄອນ Stepanakert, Nagorny-Karabakh ໃນວັນທີ 26/9/2023 (ພາບ: AFP/TTXVN)

ວັນທີ 01 ຕຸລາ, ອາເຊັກໄບຢານ ແຈ້ງໃຫ້ຊາບວ່າ ຄະນະຜູ້ຕາງໜ້າຂອງ ສປຊ ໄດ້ໄປຍັງເຂດ Nagorny – Karabakh  ພາຍຫຼັງທີ່ມີຫຼາຍກວ່າ 80% ຈໍານວນຊາວເຊື້ອຊາດ ອາກເມເນຍ ຢູ່ເຂດນີ້ ໄດ້ຍົກຍ້າຍໄປບ່ອນອື່ນ ນັບແຕ່ເມື່ອ ອາເຊັກໄບຢານ ຍາດຄືນສິດຄວບຄຸມ.  ຄະນະຜູ້ຕາງໜ້າ ສປຊ ມາທີ່ນີ້ ສ່ວນຫຼາຍແມ່ນເພື່ອຕີລາຄາຄວາມຕ້ອງການມະນຸດສະທຳຢູ່ເຂດນີ້.

        ວັນທີ 19 ກັນຍາ ຜ່ານມາ, ອາເຊັກໄບຢານ ໄດ້ດຳເນີນບັ້ນການທະຫານແບບກະທັນຫັນ ເພື່ອຍາດຄືນສິດຄວບຄຸມຂົງເຂດນີ້. ຫຼັງຈາກນັ້ນ 1 ວັນ, ອຳນາດການປົກຄອງໂດຍຊາວເຊື້ອຊາດ ອາກເມເນຍ ນຳໜ້າ ໄດ້ຕົກລົງມອບຄືນອາວຸດ ແລະ ຄາດວ່າ ຈະຍຸບເລີກແຕ່ວັນທີ 1 ມັງກອນ 2024.

        ພາຍຫຼັງເຫດການດັ່ງກ່າວ, ເຖິງວ່າ ອຳນາດການປົກຄອງ ອາເຊັກໄບຢານ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດ Nagorny – Karabakh ສືບຕໍ່ດຳລົງຊີວິດຢູ່ທີ່ນີ້, ແຕ່ປະຊາຊົນເກືອບທັງໝົດຢູ່ທີ່ນີ້ 120.000 ຄົນ ໄດ້ຍົກຍ້າຍໄປຍັງ ອາກເມເນຍ, ເຮັດໃຫ້ກໍ່ຄວາມສ່ຽງເກິດວິກິດການໃນບັນຫາຊາວອົບພະຍົບ.


ຕອບກັບ

ຂ່າວ/ບົດ​ອື່ນ