ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຈັດ​ງານ​ແຂ່ງ​ຂັນ​ແລ່ນ​ມິດ​ຕະ​ພາບ ອາ​ຊຽນ

(VOVWORLD) -ວັນທີ 14 ພຶດສະພາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນເຈົ້າພາບຈັດງານແຂ່ງຂັນແລ່ນມິດຕະພາບ “ອາຊຽນ Fun Run” ຢູ່ເກາະ Roosevelt, ນະຄອນ ນິວຢອກ, ປະເທດ ອາເມລິກາ.
ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຈັດ​ງານ​ແຂ່ງ​ຂັນ​ແລ່ນ​ມິດ​ຕະ​ພາບ ອາ​ຊຽນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກ່າວຄຳເຫັນໄຂເຫດການ (ພາບ: VOV)

ເຫດການດັ່ງກ່າວໄດ້ຮັບການຕອບສະໜອງຈາກບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ພ້ອມດ້ວຍພະນັກງານ, ສະມາຊິກຄອບຄົວບັນດາຄະນະຜູ້ຕາງໜ້າປະເທດສະມາຊິກ ອາຊຽນ ແລະ Timor – Leste ເກືອບ 300 ທ່ານ ເຂົ້າຮ່ວມ. ພາຍຫຼັງປະຕິບັດສຳເລັດໄລຍະທາງແລ່ນທີ່ມີຄວາມຍາວ 6,66 ກິໂລເມັດ, ບັນດາສະມາຊິກໃນຄອບຄົວຂອງ 11 ຄະນະ ໄດ້ພົບປະແລກປ່ຽນ, ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຂອງ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ.

        ກ່າວຄຳເຫັນໄຂເຫດການດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຫວັງວ່າ ການເຄື່ອນໄຫວດັ່ງກ່າວຈະປະກອບສ່ວນຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງບັນດາຄະນະຢ່າງແໜ້ນແຟ້ນກວ່າອີກ ແລະ ແຜ່ຂະຫຍາຍນ້ຳໃຈຂອງປະຊາຄົມ ອາຊຽນ.  

ຕອບກັບ

ຂ່າວ/ບົດ​ອື່ນ