ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສ.ປ.ຊ ພົບປະກັບບັນດາຜູ້ຊ່ຽວຊານຫວຽດນາມ ທີ່ພວມເຮັດວຽກຢູ່ບັນດາອົງການສະຫະປະຊາຊາດ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024, ໃນຕອນເຊົ້າວັນທີ 8 ກຸມພາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ , ໄດ້ມີການພົບປະຢ່າງສະໜິດສະໜົມ ແລະ ອວຍພອນປີໃໝ່ບັນດາຜູ້ຊ່ຽວຊານ ຫວຽດນາມ ທີ່ພວມເຮັດວຽກຢູ່ບັນດາອົງການສະຫະປະຊາຊາດ.
ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສ.ປ.ຊ ພົບປະກັບບັນດາຜູ້ຊ່ຽວຊານຫວຽດນາມ ທີ່ພວມເຮັດວຽກຢູ່ບັນດາອົງການສະຫະປະຊາຊາດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ກ່າວຄຳເຫັນທີ່ການພົບປະ

    ກ່າວຄຳເຫັນທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງບັນດາການປະກອບສ່ວນທີ່ມີຄວາມໝາຍ ແລະ ແທດຈິງຂອງບັນດາຜູ້ຊ່ຽວຊານຫວຽດນາມ ເຂົ້າໃນວຽກງານຮ່ວມຂອງສະຫະປະຊາຊາດ ກໍ່ຄືການພົວພັນຮ່ວມມືໃນ ຫຼາຍຂົງເຂດກັບຄະນະໃນໄລຍະທີ່ຜ່ານມາ. ຊົມເຊີຍບາງຜົນງານພົ້ນເດັ່ນໃນທຸກດ້ານຂອງປະເທດຊາດໃນປີ 2023, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ໃນສະພາບການໂລກພວມ ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍດ້ານ, ວຽກງານການຕ່າງປະເທດ, ໃນນັ້ນມີວຽກງານການ ຕ່າງປະເທດຫຼາຍຝ່າຍ ແລະ ການເຊື່ອມໂຍງ ເຂົ້າກັບສາກົນ, ສືບຕໍ່ດຳເນີນໄປ. ເປັນຈຸດທີ່ສະຫວ່າງສະໄຫວ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ ການຍົກສູງອິດທິພົນຊື່ສຽງ ແລະທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ. ກ້າວເຂົ້າສູ່ປີໃໝ່ປີມະໂລງ 2024, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ປາດຖະໜາວ່າ ບັນດາຜູ້ຊ່ຽວຊານຫວຽດນາມ ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ກໍສືບຕໍ່ປະຕິບັດບົດບາດເປັນຜູ້ຕາງໜ້າໃຫ້ແກ່ພູມປັນຍາ ແລະ ສີສັນຫວຽດນາມ ຢູ່ສະຫະປະຊາຊາດ, ພ້ອມທັງຮັກສາການພົວພັນຢ່າງສະໜິດແໜ້ນ ແລະ ການສົມທົບກັບຄະນະຜູ້ຕາງໜ້າຫວຽດນາມ, ພິເສດແມ່ນປະຕິບັດບັນດາແຜນງານ ໂຄງການຂອງສະຫະປະຊາຊາດຢ່າງມີປະສິດທິຜົນ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ກໍ່ຄືໃນວຽກງານປະຊາຄົມ ແລະ ການພົວພັນກັບປະເທດປະຈຳຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ