ຄະ​ນະ​​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ອາ​ຊຽນ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ອາ​ຊຽນ ຄັ້ງ​ທີ 11

(VOVWORLD) -ວັນທີ 28 ສິງຫາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ ໄດ້ຈັດຕັ້ງເວທີປາໄສເຊື່ອມຕໍ່ອາຊຽນຄັ້ງທີ 11ຂຶ້ນ. ເວທີປາໄສແມ່ນເຫດການປະຈຳປີ ເຊິ່ງໄດ້ຈັດຕັ້ງມາແຕ່ປີ2010.
ຄະ​ນະ​​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ອາ​ຊຽນ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ອາ​ຊຽນ ຄັ້ງ​ທີ 11 - ảnh 1 ເວທີປາໄສເຊື່ອມຕໍ່ອາຊຽນ ຄັ້ງທີ 11 (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ)

ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບບັນດາມາດຕະການຫຼຸດຜ່ອນຜົນກະທົບຈາກໂລກລະບາດ Covid – 19 ແລະ ການພັດທະນາແຜນການຟື້ນຕົວມຸ່ງໄປສູ່ອາຊຽນມີການເຊື່ອມຕໍ່ຢ່າງລຸລ່ວງ. ບັນດາຜູ້ແທນກໍ່ເນັ້ນໜັກເຖິງຄວາມມານະພະຍາຍາມໃນການຟື້ນຕົວຂອງອາຊຽນເວົ້າສະເພາະ ແລະ ພາກພື້ນເວົ້າລວມໃນສະພາບການໂລກລະບາດ Covid – 19. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການລົງທຶນຍຸດທະສາດ ແລະ ພື້ນຖານໂຄງລ່າງແບບຍືນຍົງ ແລະ ບັນດາມາດຕະການອັດສະລິຍະ, ຍົກສູງລະດັບເຕັກໂນໂລຢີດີຈີຕອນເພື່ອເພີ່ມທະວີການເຊື່ອມຕໍ່ລະບົບສະໜອງ, ການລົງທຶນທີ່ເໝາະສົມເຂົ້າຂະແໜງການສຶກສາບຳລຸງສ້າງເພື່ອກຽມພ້ອມກຳລັງແຮງງານໃຫ້ແກ່ອະນາຄົດ.

        ເຮືອງຈາ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ