ຄະນະຜູ້ແທນ ຄະນະໂຄສະນາສຶກສາສູນກາງ ຢ້ຽມຢາມ ກຸຍບາ

ຄະນະຜູ້ແທນ ຄະນະໂຄສະນາສຶກສາສູນກາງ ຢ້ຽມຢາມ ກຸຍບາ - ảnh 1
(ພາບປະກອບ)

(vovworld) - ​ ​ໃນ​ລະຫວ່າງ​ວັນ​ທີ 27 – 30/06, ຄະນະ​ຜູ້​ແທນ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ໂດຍ​ທ່ານ ຫວູງອກຮ່ວາງ, ຮອງ​ຫົວໜ້າ​ຄະນະ​ປະຈຳການ​ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກຸຍ​ບາ ​ເພື່ອ​ແນ​​​ໃສ່​ຊຸກຍູ້​ການ​ພົວພັນ ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ສຶກສາ, ​ໂຄສະນາ​ແນວ​ຄິດ​ລະຫວ່າງ 2 ປະ​ເທດ. ທ່ານ ຫວູງອກຮ່ວາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Roberto Montesino Perez, ກຳມະການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ ​ແລະ ກິລາ​ສູນ​ກາງ​ພັກ​ກອມ​ມູນິດ​ກຸຍ​ບາ. 2 ຝ່າຍ​ໄດ້​​ໂຄສະນາ​ກ່ຽວ​ກັບ​ບົດບາດ​ໜ້າ​ທີ່​ຂອງ​ແຕ່​ລະ​ຫົວໜ່ວຍ, ພ້ອມ​ທັງ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ​ແລະ ວຽກ​ງານ​ຊີ້​ນຳຄຸ້ມ​ຄອງ​ໃນ​ຂົງ​ເຂດ​ຕ່າງໆຄື: ການສຶກສາ, ສາທາລະນະ​ສຸກ, ວັດທະນະທຳ - ສັງຄົມ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ. ທ່ານ ຫວູງອກຮ່ວາງ ຢືນຢັນ​ເຖິງ ການ​ສະໜັບສະໜູນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ກຸຍ​ບາ. ຄະນະ​ຜູ້​ແທນ​ຫວຽດນາມ ກໍ່​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ Aetemisa; ​ເຮັດ​ວຽກ​ກັບ​ຄະນະພັກ​ນະຄອນ La Habana.
ຂ່າວ/ບົດ​ອື່ນ