ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການເຈລະຈາ Raisina ຄັ້ງທີ 2 ຢູ່ ອິນເດຍ

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການເຈລະຈາ Raisina ຄັ້ງທີ 2 ຢູ່ ອິນເດຍ - ảnh 1
ຄະນະຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຈລະຈາ
(ພາບ: baotintuc.vn)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 17/01 ການ​ເຈລະຈາ Raisina ຄັ້ງ​ທີ 2 ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ໂຮງ​ແຮມ Taj Palace, ​ໃຈກາງ​ນະຄອນຫລວງ​ຂອງ ອິນ​ເດຍ. ນີ້​ແມ່ນ​ກອງ​ປະຊຸມ​ພູມີ​ປະ​ເທດ​ການ​ເມືອງ​ແຖວ​ໜ້າ​ຂອງ ອິນ​ເດຍ ​​ໂດຍກອງ​ທຶນ​ຄົ້ນຄວ້າ​ບັນດາ​ນັກສັງ​ເກດ (ORF) ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ອິນ​ເດຍ ຈັດ​ຕັ້ງ​ເປັນ​ປະຈຳ​ປີ. ຫົວ​ຂໍ້​ຂອງ​ການ​ເຈລະຈາ​ປີ​ນີ້​ແມ່ນ “ສະພາບການ​ທຳ​ມະ​ດາ​ໃໝ່: ລັດ​ທິຫລາຍ​ຝ່າຍ​ກັບ​ລັກສະນະ​​ໂລກຫລາຍ​ຂົ້ວ”. ມີ​ຜູ້​ແທນ​ເຂົ້າຮ່ວມການ​ເຈລະຈາ​ຄັ້ງ​ນີ້​ກ່ວາ 250 ທ່ານ​ທີ່​ມາ​ຈາກ 65 ປະ​ເທດ. ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ, ພົນ​ໂທ ຟ້າ​ມງ້ອກມີ​ງ ​ໄດ້ນຳ​ໜ້າ​ຄະນະຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຈລະຈາ. ກ່າວ​ຄຳ​ເຫ​ັນ​ໄຂ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi ​​ໄດ້ເຕື້ອງ​ເຖິງ​ນະ​ໂຍບາຍ​ການຕ່າງປະ​ເທດ​ຂອງ ອິນ​ເດຍ. ທ່ານ Modi ຍົກ​ອອກຫຼັກ​ໝັ້ນ​ຍຸດ​ທະ​ສາດ​ກ່ຽວ​ກັບ ຈີນ ​ເມື່ອ​ຖື​ວ່າ 2 ປະ​ເທດມະຫາ​ອຳນາດ​ຢູ່ ອາຊີ ມີ​ກາລະ​ໂອກ​າດຫລາຍຢ່າງ​ກ່ຽວ​ກັບ ​ເສດຖະກິດ ​ພ້ອມ​ທັງ​ຢືນຢັນເພື່ອ​ສັນຕິພາບ ​ແລະ ຄວາມ​ກ້າວໜ້າ​ໃນ​ພາກ​ພື້ນ, 2 ປະ​ເທດ​ຄວນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະດຸ້ງ​ໄວ ​ແລະ ​ເຄົາລົບ​ບັນດາຄວາມ​ວິຕົກ​ກັງວົນ ​ແລະ ຜົນ​ປະ​ໂຫຍດອັນ​ເປັນ​ແກ່ນສານ​ຂອງ​ກັນ. ທ່ານ Modi ​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ກັບ​ພາກ​ພື້ນ​ອາຊີ​ຕາວັນ​ອອກສ່ຽງ​ໃຕ້ ​ແມ່ນ​ຈຸດ​ສຸມ​ໃນ​ນະ​ໂຍບາຍການ​ກະທຳ​ມຸ່ງ​ໄປສູ່​ທິດຕາ​ເວັນ​ອອກ​ຂອງ ອິນ​ເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ