ຄະນະຜູ້ແທນກະຊວງຍຸຕິທຳລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ

(VOVWORLD) -  ທ່ານ ເຈືອງກວັກຮຸຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ ໄດ້ລາຍງານກັບຄະນະກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ຮ່ານາມ, ຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳລາວ ຈະມີຫຼາຍການເຄື່ອນໄຫວຢູ່ຫວຽດນາມ ເວົ້າລວມ ແລະ ແຂວງ ຮ່ານາມ ເວົ້າສະເພາະ ເພື່ອຊຸກຍູ້ການພົວພັນຮ່ວມມື. 
ຄະນະຜູ້ແທນກະຊວງຍຸຕິທຳລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ - ảnh 1ຄະນະກຳມະການປະຊາຊົນແຂວງ ຮ່ານາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ຄະນະຜູ້ແທນກະຊວງຍຸຕິທຳແຫ່ງ ສປປ ລາວ (ພາບ:Nguyễn Chinh (TTXVN))

ວັນທີ 21 ສິງຫາ, ຄະນະຜູ້ແທນກະຊວງຍຸຕິທຳ ແຫ່ງ ສປປ ລາວ ນຳໂດຍທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳລາວ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ. ທີ່ການເຮັດວຽກ, ທ່ານ ເຈືອງກວັກຮຸຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ ໄດ້ລາຍງານກັບຄະນະກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ຮ່ານາມ, ຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳລາວ ຈະມີຫຼາຍການເຄື່ອນໄຫວຢູ່ຫວຽດນາມ ເວົ້າລວມ ແລະ ແຂວງ ຮ່ານາມ ເວົ້າສະເພາະ ເພື່ອຊຸກຍູ້ການພົວພັນຮ່ວມມື. ກະຊວງຍຸຕິທຳລາວ ຈະໜູນຊ່ວຍດ້ານນິຕິກຳເມື່ອບັນດາວິສາຫະກິດຂອງແຂວງລົງທຶນຢູ່ລາວຢ່າງຕັ້ງໜ້າ ແລະ ທັນການ.

        ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳລາວ ໃຫ້ຮູ້ວ່າ: ຄະນະມີຄວາມປະທັບໃຈກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢ່າງແຮງຂອງແຂວງຮ່ານາມ; ທ່ານເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງຄະນະເພື່ອແນໃສ່ຈຸດປະສົງເພີ່ມທະວີການຮ່ວມມືທີ່ຫາຍາກລະຫວ່າງສອງປະເທດກໍ່ຄືການຮ່ວມມືລະຫວ່າງຂະແໜງຍຸຕິທຳສອງປະເທດ. ເນື່ອງໃນໂອກາດນີ້, ຄະນະຜູ້ແທນກະຊວງຍຸຕິທຳ ສປປ ລາວ ໄດ້ໄປຢ້ຽມຢາມເຂດທ່ອງທ່ຽວແຫ່ງຊາດ ຕາມຈຸກ, ຢູ່ເທດສະບານ ບາຊາວ, ເມືອງ ກິມບ໋າງ, ແຂວງ ຮ່ານາມ.

ຕອບກັບ

ຂ່າວ/ບົດ​ອື່ນ