ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ເນາມ​ເຂົ້າ​ຮ່ວມຫຼາຍ​ກິດ​ຈະ​ກຳ​ຢູ່​ກອງ​ປະ​ຊຸມ​ສົນ​ທະ​ນາ Shangri – La

(VOVWORLD) - ໃນຂອບເຂດເຂົ້າຮ່ວມກອງປະຊຸມສົນທະນາ Shangri – La ຄັ້ງທີ 20 ຢູ່ ສິງກະໂປ ໄດ້ດຳເນີນແຕ່ວັນທີ 2 ມິຖຸນາ - 4 ມິຖຸນາ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນຫົວໜ້າໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະ, ງານລ້ຽງຕ້ອນຮັບ ແລະ ດຳເນີນການພົບປະສອງຝ່າຍຢູ່ນອກກອງປະຊຸມ.
ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ເນາມ​ເຂົ້າ​ຮ່ວມຫຼາຍ​ກິດ​ຈະ​ກຳ​ຢູ່​ກອງ​ປະ​ຊຸມ​ສົນ​ທະ​ນາ Shangri – La - ảnh 1ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

ທີ່ການພົບປະສອງຝ່າຍກັບທ່ານພົນເອກ Robert Brieger, ປະທານຄະນະກຳມະການການທະຫານ ສະຫະພາບເອີຣົບ (EU), ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານປະທານຄະນະກຳມະການການທະຫານສະຫະພາບເອີຣົບ ຕີລາຄາສູງຕໍ່ຜົນການຮ່ວມມືໃນຂົງເຂດປ້ອງກັນປະເທດໃນໄລຍະຜ່ານມາ, ປະກອບສ່ວນເພື່ອສັນຕິພາບ, ການຮ່ວມມື, ພັດທະນາບົນພື້ນຖານສັນຍາຮ່ວມມືແລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບເອີຣົບ (PCA) ແລະ ສັນຍາລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ ກ່ຽວກັບການສ້າງຂອບເຂດເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການ ຂອງສະຫະພາບເອີລົບ (FPA). ສອງຝ່າຍໄດ້ຈັດກອງປະຊຸມສົນທະນາດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ ຄວາມໝັ້ນຄົງຄັ້ງທີ 3 ໃນວັນທີ 12 ພຶດສະພາຜ່ານມາ.

        ທີ່ການພົບປະກັບທ່ານ James Crabtree, ຜູ້ອໍານວຍການພາກພື້ນ ອາຊີ ຂອງ ສະຖາບັນສາກົນຄົ້ນຄວ້າຍຸດທະສາດ (IISS), ຫົວໜ່ວຍຈັດກອງປະຊຸມສົນທະນາ Shangri – La, ທ່ານພົນໂທ ຮວ່າງຊວັນຈຽນ ກໍສະແດງຄວາມຍິນດີ ທີ່ IIS ແລະ ກະຊວງປ້ອງກັນປະເທດ ສິງກະໂປ ຈັດກອງປະຊຸມສົນທະນາ Shangri – La ຄັ້ງທີ 20.

ຕອບກັບ

ຂ່າວ/ບົດ​ອື່ນ