ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບກຳລັງຮັກສາສັນຕິພາບສປຊ

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບກຳລັງຮັກສາສັນຕິພາບສປຊ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: ໂດຍຄະນະຜູ້ແທນ ຫວຽດນາມ ສະໜອງ)

(vovworld) – ​ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ, ພົນໂທ ຫງວຽນຈີ໋ວິ້ງ ນຳໜ້າ, ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກະຊວງປ້ອງກັນປະ​ເທດ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ ສປຊ ​ເຊິ່ງ​ໄດ້ດຳ​ເນີນ​ໃນ​ວັນ​ທີ 8/9 ຢູ່​ນະຄອນຫຼວງ ລອນ​ດອນ, ລາຊະ​ອາ​ນາ​ຈັກ ອັງກິດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ​ຂອງ 75 ອົງການ​ປ້ອງ​ກັນ​ຊາດ​ທີ່​ມາ​ຈາກ 75 ປະ​ເທດ​ໃນ​ນັ້ນ ມີ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດກ່ວາ 50 ທ່ານ, ​ໂດຍ ສປຊ ​ແລະ ປະ​ເທດ​ເຈົ້າພາບ ອັງກິດ ຈັດ​ຕັ້ງ. ທີ່​ກອງ​ປະຊຸມ, ຄະນະ​ຜູ້​ແທນ ຫວຽດນາມ ມີ 2 ຄຳ​ເຫັນ​​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​​ເຫັນ​ພ້ອມ​ຈາກ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ​ໜຶ່ງ​ແມ່ນ, ບັນດາ​ຄະນະ​ປະຕິບັດ​ງານ​ຮັກສາ​ສັນຕິພາບ ສ​ປຊ ຢູ່​ບັນດາ​ຄະນະ​ປະຕິບັດ​ງານຄວນ​ຖື​ລັກສະນະ​ວັດທະນະທຳມະນຸດ​ ​ແລະ ມະນຸດສະທຳ​ເປັນ​ບັນຫາ​ໜັກ. ທີ​ສອງ​ແມ່ນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ, ພິ​ເສດ​ແມ່ນ​ການ​ໜູນ​ຊ່ວຍ​ບັນດາ​ປະ​ເທດທີ່​ຫາ​ກໍ່​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນ​ຕິພາບ​ຄື ຫວຽດນາມ.

        ຢູ່​ນອກ​ກອງ​ປະຊຸມ, ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ພົບ​ປະ​ກັບລັດຖະມົນຕີ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫຼາຍ​ທ່ານ​ຄື: ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ໂດ​ເນ​ເຊຍ, ກຳ​ປູ​ເຈຍ ​ແລະ ຈີນ.


ຂ່າວ/ບົດ​ອື່ນ